ວັກຊີນໂຄວິດ-19 ງວດທີ 2 ທີ່ກອງທັບຈີນຊ່ວຍເຫຼືອກອງທັບຫວຽດນາມໄດ້ຂົນສົ່ງໄປຮອດນະຄອນຫຼວງຮ່າໂນ້ຍແລ້ວ

CRI, February 11, 2022
Size:

ວັກຊີນໂຄວິດ-19 ງວດທີ 2 ທີ່ກອງທັບຈີນຊ່ວຍເຫຼືອກອງທັບຫວຽດນາມໄດ້ຂົນສົ່ງໄປຮອດນະຄອນຫຼວງຮ່າໂນ້ຍແລ້ວ_fororder_4bed2e738bd4b31c999735857f524f769f2ff8f7

ຕາມຂ່າວ CRI: ໃນຕອນຄ່ຳຂອງວັນທີ 8 ກຸມພານີ້, ວັກຊີນໂຄວິດ-19 ງວດທີ 2 ທີ່ກອງທັບປົດປ່ອຍປະຊາຊົນຈີນຊ່ວຍເຫຼືອກອງທັບປະຊາຊົນຫວຽດນາມໄດ້ຂົນສົ່ງໄປຮອດສະໜາມບິນສາກົນໂນ້ຍ ບາຍທີ່ນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມແລ້ວ, ທ່ານຊົງໂບ, ເອກອັກຄະລັດຖະທູດຈີນປະຈຳຫວຽດນາມແລະທ່ານຮວ່ງ ຊວນ ຈຽນ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ເຂົ້າຮ່ວມພິທີມອບ-ຮັບວັກຊີນດັ່ງກ່າວ.

ທ່ານຊົງ ໂບກ່າວວ່າ, ການຊ່ວຍເຫຼືອຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງໃນການຮ່ວມມືແລະຊ່ວຍເຫຼືອກັນໃນການຕ້ານກັບສະພາບພະຍາດໂຄວິດ-19 ລະຫວ່າງສອງປະເທດແລະສອງກອງທັບ. ຈີນຍິນດີສືບຕໍ່ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສອງພັກແລະສອງປະເທດ, ເພື່ອໃຫ້ການຊ່ວຍເຫຼືອຫວຽດນາມຕ້ານກັບຕ້ານສະພາບພະຍາດຕາມຄວາມສາມາດຂອງຕົນ.

ທ່່ານຮ່ວງ ຊວນ ຈຽນໄດ້ຕາງໜ້າກອງທັບຫວຽດນາມສະແດງຄວາມຂອບໃຈການຊ່ວຍເຫຼືອວັກຊີນອັນລ້ຳຄ່າຈາກປະເທດຈີນອີກເທື່ອໃໝ່, ທ່ານເຫັນວ່າການຊ່ວຍເຫຼືອຄັ້ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບແບບ “ສະຫາຍອ້າຍນ້ອງ” ລະຫວ່າງຫວຽດນາມແລະຈີນ. ຫວຽດນາມຈະເຮັດວຽກງານການສະໜອງແລະການສັກວັກຊີນທີ່ໄດ້ຮັບມານັ້ນໃຫ້ດີ, ຈັດຕັ້ງປະຕິບັດວຽກງານການປ້ອງກັນແລະຄວບຄຸມສະພາບພະຍາດແລະການຟື້ນຟູເສດຖະກິດໃຫ້ດີກວ່າເກົ່າ.