ກະຊວງສາທາລະນະສຸກໄທລົງນາມເອົາກັນຊາອອກຈາກບັນຊີລາຍຊື່ຢາເສບຕິດ

CRI, February 11, 2022
Size:

ກະຊວງສາທາລະນະສຸກໄທລົງນາມເອົາກັນຊາອອກຈາກບັນຊີລາຍຊື່ຢາເສບຕິດ_fororder_WechatIMG247

ຕາມຂ່າວ CRI: ວັນທີ 8 ກຸມພານີ້, ທ່ານອະນຸທິນ ຊານວີລະກຸນ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທໄດ້ປະກາດຢູ່ນະຄອນຫຼວງບາງກອກວ່າ: ທ່ານໄດ້ຕາງໜ້າໃຫ້ກະຊວງສາທາລະນະສຸກລົງນາມເອົາກັນຊາອອກຈາກບັນຊີລາຍຊື່ຢາເສບຕິດ, ເພື່ອເປີດເສັ້ນທາງໃຫ້ມີການປູກແລະພັດທະນາກັນຊາ.

ອີງຕາມການລົງນາມຄັ້ງນີ້,  ກັນຊາໄດ້ເອົາອອກຈາກບັນຊີລາຍຊື່ຢາເສບຕິດປະເພດທີ 5 ຂອງໄທ, ຍົກເວັ້ນສານທີ່ສະກັດຈາກກັນຊາທີ່ມີຄ່າ THC ສູງກວ່າ 0,2% ຂອງນ້ຳໜັກຢາເສບຕິດ.

ທ່ານອະນຸທິນ ຊານວີລະກຸນຍັງກ່າວວ່າ: ກັນຊາມີຜົນດີຫຼາຍ, ເປົ້າໝາຍຂອງກະຊວງສາທາລະນະສຸກໄທແມ່ນເພື່ອຊຸກຍູ້ໃຫ້ຝ່າຍຕ່າງໆນຳໃຊ້ກັນຊາຢ່າງຖືກຕ້ອງ, ສ້າງມູນຄ່າ, ເຊິ່ງລວມທັງການໃຊ້ກັນຊາດ້ານການແພດແລະການປິ່ນປົວ, ການຄົ້ນຄວ້າພັດທະນາແລະພັດທະນາຂະແໜງການກັນຊາ, ໄດ້ສ້າງໂອກາດການປະກອບອາຊີບແລະສ້າງລາຍໄດ້ໃຫ້ແກ່ປະຊາຊົນ.