ກຳ​ປູ​ເຈຍ​ສົ່ງ​ອອກ​ເຂົ້າ​ສານເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຈີນ​ເປັນ​ຕະ​ຫຼາດ​ໃຫຍ່​ທີ່​ສຸດ

CRI, February 10, 2022
Size:

ກຳປູເຈຍສົ່ງອອກເຂົ້າສານເພີ່ມຂຶ້ນຢ່າງຫຼວງຫຼາຍ ຈີນເປັນຕະຫຼາດໃຫຍ່ທີ່ສຸດ_fororder_jianpuzhaimi

     ວັນທີ 6 ກຸມພານີ້, ສະຫະພັນເຂົ້າເປືອກກຳປູເຈຍໄດ້ລາຍງານວ່າ: ໃນເດືອນມັງກອນປີນີ້, ກຳປູເຈຍໄດ້ສົ່ງອອກເຂົ້າສານຈຳນວນ 53.000 ໂຕນ, ໃນນັ້ນ, ມີເກືອບ 60% ໄດ້ສົ່ງອອກໄປປະເທດຈີນ.

     ບົດລາຍງານຂອງສະຫະພັນເຂົ້າເປືອກກຳປູເຈຍຊີ້ໃຫ້ເຫັນວ່າ: ໃນເດືອນມັງກອນປີນີ້, ກຳປູເຈຍໄດ້ສົ່ງອອກເຂົ້າສານໄປ 34 ປະເທດແລະເຂດແຄວ້ນຈຳນວນ 53.000 ໂຕນ, ເພີ່ມຂຶ້ນ 54,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າການສົ່ງອອກມີເຖິງ 35,72 ລ້ານໂດລາ. ບົດລາຍງານຍັງຊີ້ໃຫ້ເຫັນວ່າ: ຈີນຍັງເປັນຕະຫຼາດການສົ່ງອອກເຂົ້າສານທີ່ໃຫຍ່ທີ່ສຸດຂອງກຳປູເຈຍ. ໃນເດືອນມັງກອນປີນີ້, ກຳປູເຈຍໄດ້ສົ່ງອອກເຂົ້າສານໄປປະເທດຈີນຈຳນວນ 31.000 ໂຕນ, ກວມຍອດປະລິມານການສົ່ງອອກ 59%.