ປະ​ລິ​ມານການ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຕາມ​ເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນໃນ​ໄລ​ຍະ​ບຸນ​ກຸດ​ຈີນມີຫຼາຍກວ່າ 2 ໝື່ນ​ໂຕນ

CRI, February 9, 2022
Size:

ປະລິມານການຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນໃນໄລຍະບຸນກຸດຈີນມີຫຼາຍກວ່າ 2 ໝື່ນໂຕນ_fororder_1111zhonglaotielu

     ວັນທີ 7 ກຸມພານີ້, ດ່ານພາສີຄຸນໝິງໄດ້ລາຍງານວ່າ: ແຕ່ວັນທີ 31 ມັງກອນຫາວັນທີ 6 ກຸມພານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນທີ່ໄດ້ຜ່ານການຕິດຕາມກວດກາຈາກດ່ານພາສີຄຸນໝິງມີທັງໝົດ 42 ຂະບວນ, ປະລິມານຂົນສົ່ງສິນຄ້າມີທັງໝົດປະມານ 20.300 ໂຕນ, ມີມູນຄ່າທັງໝົດ 217 ລ້ານຢວນ.

     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນໄລຍະບຸນກຸດຈີນ, ສິນຄ້າສົ່ງອອກທີ່ຂົນສົ່ງໂດຍຂະບວນລົດໄຟລາວ-ຈີນມີສິນຄ້າ 100 ກວ່າຊະນິດເຊິ່ງລວມທັງ ລົດໄຟໂດຍສານ ສາຍໄຟຟ້າ ເຊີບເວີ ແລະອື່ນໆທີ່ມາຈາກເມືອງຄຸນໝິງ ນະຄອນຈູງກິ່ງ ເມືອງນານກິ່ງ ເມືອງຢີ້ອູ່ ເມືອງເສິນເຈິ້ນແລະແຫ່ງອື່ນໆ, ສິນຄ້ານຳເຂົ້າຕົ້ນຕໍມີຢາງພາລາ ແຮ່ເຫຼັກ ແລະອື່ນໆ. ເພື່ອຮັບປະກັນໃຫ້ການຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນໃນໄລຍະບຸນກຸດຈີນສາມາດຜ່ານດ່ານໄດ້ຢ່າງສະດວກປອດໄພແລະມີປະສິດທິຜົນສູງ, ດ່ານພາສີຄຸນໝິງໄດ້ເພີ່ມທະວີການປະສານງານແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອຮັບປະກັນໃຫ້ວຽກງານດ້ານຕ່າງໆເດີນແມ່ນແລ່ນສະດວກ.