ການນຳເຂົ້າ-ສົ່ງອອກຜ່ານດ່ານລົດໄຟຜິງສຽງເຂດກວາງຊີຈີນໄດ້ເພີ່ມຂຶ້ນກວ່າ 60% ເມື່ອ RCEP ມີຜົນສັກສິດເຕັມໜຶ່ງເດືອນ

CRI, February 8, 2022
Size:

ການນຳເຂົ້າ-ສົ່ງອອກຜ່ານດ່ານລົດໄຟຜິງສຽງເຂດກວາງຊີຈີນໄດ້ເພີ່ມຂຶ້ນກວ່າ 60% ເມື່ອ RCEP ມີຜົນສັກສິດເຕັມໜຶ່ງເດືອນ

    ຮອດວັນທີ 1 ກຸມພານີ້, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນສັກສິດຄົບຮອບໜຶ່ງເດືອນແລ້ວ, ລົດໄຟຂົນສົ່ງສິນຄ້າເຂົ້າອອກ ດ່ານລົດໄຟຜິງສຽງ ເຂດກວາງຊີປະເທດຈີນໄດ້ມີເຖິງ 274 ເທື່ອຖ້ຽວ, ການ ສົ່ງອອກສິນຄ້າໄດ້ບັນລຸເຖິງ 4,31 ແສນໂຕນ, ການນຳເຂົ້າສິນຄ້າບັນລຸເຖິງ 1,3 ແສນໂຕນ, ປະລິມານຂົນສົ່ງສິນຄ້າຂາເຂົ້າ-ຂາອອກໄດ້ເພີ່ມຂຶ້ນ 62,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເປັນການເລິ່ມຕົ້ນທີ່ດີສຳລັບປີໃໝ່ນີ້.
    ພາຍຫຼັງ RCEP ມີຜົນສັກສິດແລ້ວ, ການຄ້າລະຫວ່າງພາກພື້ນ ແລະ ການຄ້າເອເລັກໂຕຼນິກຂ້າມຊາດ ກໍໄດ້ຮັບຜົນປະໂຫຍດຈາກການຫຼຸດພາສີ. ຂະບວນລົດໄຟຂົນສົ່ງສິນຄ້າຊະນິດຕ່າງໆ ເຊັ່ນ: ຊິ້ນສ່ວນເອເລັກໂຕຼນິກ, ເຄື່ອງໃຊ້ປະຈຳວັນ, ຂະໜົມ, ເຄື່ອງດື່ມ ແລະອື່ນໆ ໄດ້ເດີນທາງຈາກນະຄອນ ນານນິງໄປສູ່ຫວຽດນາມ ແລະປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ, ໝາກ ຖົ່ວລຽນ, ໝາກລຳໄຍ, ໝາກມັງກອນ ແລະໝາກໄມ້ສົດຊະນິດອື່ນໆ ກໍຖືກ ຂົນສົ່ງເຂົ້າສູ່ຕະຫຼາດຈີນນັບມື້ນັບຫຼາຍຂຶ້ນ, ການພົວພັນດ້ານເສດຖະກິດການຄ້າ ລະຫວ່າງຈີນກັບປະເທດອາຊຽນກໍນັບມື້ນັບໃກ້ຊິດກວ່າເກົ່າ.