ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍເຖິງ ປະທານປະເທດ ແຫ່ງ ສປ ຈີນ

CRI, February 7, 2022
Size:

ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍເຖິງ ປະທານປະເທດ ແຫ່ງ ສປ ຈີນ_fororder_微信图片_20220205160217

ວັນທີ 4 ກຸມພາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ຊົນຈີນ ເນື່ອງໃນໂອກາດເປີດມະຫາກຳກິລາໂອແລັມປິກລະດູໜາວ ຄັ້ງທີ 24 ທີ່ນະຄອນຫລວງປັກກິ່ງ, ສປ ຈີນ.
    ເນື້ອໃນສານລະບຸໄວ້ວ່າ: ເນື່ອງໃນໂອກາດ ການເປີດມະຫາກຳກິລາໂອແລັມປິກລະດູໜາວ ຄັ້ງທີ 24 ທີ່ນະຄອນຫລວງປັກກິ່ງ ສປ ຈີນ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ການນຳ ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ  ກໍຄື ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ສະຫາຍ ໂດຍຜ່ານສະຫາຍໄປຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ເປັນເຈົ້າພາບຈັດງານມະຫາກຳກິລາໂອແລັມປິກລະດູໜາວ ຄັ້ງທີ 24 ແຕ່ວັນທີ 4-20 ກຸມພາ 2022, ເຊິ່ງມີພິທີເປີດຢ່າງເປັນທາງການ ໃນວັນທີ 4 ກຸມພາ 2022 ນີ້.
    ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມ ແລະ ປະສົບການດ້ານການຈັດງານທີ່ອຸດົມສົມບູນ, ຄວາມຮູ້ຄວາມສາມາດສູງຂອງ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈະສາມາດກະກຽມ ແລະ ຈັດງານມະຫາກຳກິລາໂອແລັມປິກລະດູໜາວ ຄັ້ງທີ 24 ເຊິ່ງເປັນມະຫາກຳກິລາ ລະດັບສາກົນ ແລະ ມີຄວາມສຳຄັນລະດັບໂລກນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
    ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າຂອງສະຫາຍ ແລະ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈົ່ງໜັ້ນຄົງຂະນົງແກ່ນຕະຫລອດໄປ.