ປີມິດຕະພາບ ຈີນ-ລາວ ສ້າງຜົນສຳເລັດທີ່ອຸດົມສົມບູນ, ຄູ່ຮ່ວມຊາຕາກໍາມີອະນາຄົດອັນກວ້າງໄກ

lmcchina.org, January 30, 2022
Size:

ວັນທີ 21 ມັງກອນ ປີ 2022, ສະຖານທູດຈີນ ປະຈໍາ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມແລກປ່ຽນຜ່ານລະບົບວີດີໂອທາງໄກຮ່ວມກັນ ເພື່ອທົບທວນຄືນໝາກຜົນແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຈີນ-ລາວ ລາວ-ຈີນ ຄົບຮອບ 60 ປີ ກໍຄື ປີມິດຕະພາບ ຈີນ-ລາວ, ສະຫຼຸບປະສົບການທາງດ້ານປະຫວັດສາດ  ແລະ ວາງແຜນກ່ຽວກັບການຮ່ວມມືໃນອະນາຄົດ, ກອງປະຊຸມຄັ້ງນີ້ມີ ທ່ານ ຈ່ຽງຈ່າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ສີນາວາ ສຸພານຸວົງ ຮອງປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານ ຄະນະກໍາມະການການຮ່ວມມື ລາວ-ຈີນ, ທ່ານ ຫຼີເຈີ້ຢົງ ປະທານສະພາການຄ້າຈີນ ເຂົ້າຮ່ວມ ແລະ ມີຄໍາເຫັນໃນກອງປະຊຸມ.

ທ່ານ ຈ່ຽງຈ່າຍຕົ່ງ ກ່າວວ່າ, ໃນວັນດຽວກັນຂອງປີກາຍນີ້ ທ່ານ ສີຈິ້ນຜີງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຮ່ວມກັນປະກາດປີມິດຕະພາບ ຈີນ-ລາວ ຢ່າງເປັນທາງການ. ໃນໜຶ່ງປີທີ່ຜ່ານມາ, ບັນດາກົມກອງ ແລະ ທ້ອງຖິ່ນຂອງສອງປະເທດໄດ້ຈັດຕັ້ງກິດຈະກໍາສະເຫຼີມສະຫຼອງຢ່າງເປັນລະບົບ, ຊຸກຍູ້ການຮ່ວມມື ຈີນ-ລາວ ໃຫ້ບັນລຸໝາກຜົນອັນອຸດົມສົມບູນ, ສົ່ງເສີມມິດຕະພາບ ຈີນ-ລາວໃຫ້ເຊື່ອມເຂົ້າໃນຈິດໃຈຂອງປະຊາຊົນ. ຕໍ່ໜ້າສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຝ່າຍຈີນໄດ້ຈັດສົ່ງຄະນະຜູ້ຊ່ຽວຊານໄປຊ່ວຍເຫຼືອປະເທດລາວອີກຄັ້ງໜຶ່ງ, ໄດ້ສະໜອງວັກແຊັງໃຫ້ແກ່ປະຊາຊົນລາວຈໍານວນຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນທັງໝົດ, ຝ່າຍລາວຮ່ວມກັບຝ່່າຍຈີນສ້າງຈຸດກັກຕົວຢູ່ເຂດຊາຍແດນ, ໄດ້ໃຫ້ການບໍລິການພິເສດໃຫ້ແກ່ປະຊາຊົນຈີນທີ່ສັກຢາວັກແຊັງຢູ່ລາວ, ທັງສອງຝ່າຍໄດ້ຮ່ວມກັນຄັດຄ້ານຕໍ່ການນໍາເອົາການຊອກຄົ້ນແຫຼ່ງກໍາເນີດຂອງເຊື້ອໄວຣັດໂຄວິດ-19 ຫັນເປັນບັນຫາການເມືອງ, ໄດ້ພ້ອມກັນຮັກສາຄວາມຍຸຕິທໍາ ແລະ ຄວາມຊອບທໍາຂອງສາກົນ. ການພັດທະນາແມ່ນສິ່ງທີ່ສໍາຄັນທີ່ສຸດ, ປັດຈຸບັນ ທາງລົດໄຟ ຈີນ-ລາວ ໄດ້ສ້າງສໍາເລັດ ແລະ ເປີດບໍລິການຢ່າງເປັນທາງການແລ້ວ ເຊິ່ງໄດ້ເຮັດໃຫ້ ມູນຄ່າສິນຄ້າການຂົນສົ່ງສາກົນບັນລຸໄດ້ລື່ນກາຍ 1 ຕື້ຢວນ ໃນເດືອນທຳອິດຂອງການເປີດນໍາໃຊ້, ເສັ້ນທາງດ່ວນ ຈີນ-ລາວ ຊ່ວງ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເປີດບໍລິການນໍາໃຊ້ ແລະ ມີບົດບາດເສີມຂະຫຍາຍປະສິດທິຜົນໄປພ້ອມກັບທາງລົດໄຟ ຈີນ-ລາວ; ໂຮງງານກັ່ນນ້ຳມັນແຫ່ງທຳອິດທີ່ສອງປະເທດຮ່ວມກັນກໍ່ສ້າງນັ້ນ ໄດ້ເລີ່ມດຳເນີນການຜະລິດຢ່າງສຳເລັດຜົນ; ການສົ່ງອອກງົວຊີ້ນຂອງລາວໄປຈີນ ກໍໄດ້ເລີ່ມຕົ້ນແລ້ວ. ການນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ແມ່ນທິດທາງບູລິມະສິດ, 8 ໂຄງການໃຫຍ່ ທີ່ຝ່າຍຈີນຊ່ວຍເຫຼືອລາວ ສືບຕໍ່ໄດ້ຮັບການຊຸກຍູ້ເສີມຂະຫຍາຍ, ໂຄງການແສງສະຫວ່າງໃນເຂດໃຈກາງຕົວເມືອງນະຄອນຫຼວງວຽງຈັນໄດ້ສໍາເລັດຜົນ ແລະ ນຳໃຊ້ຢ່າງເປັນທາງການ, ການກໍ່ສ້າງໂຄງລ່າງເພື່ອຊ່ວຍເຫຼືອບ້ານທຸກຍາກ 30 ບ້ານ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງໄດ້ເລີ່ມຕົ້ນການກໍ່ສ້າງ, ໂຮງໝໍມະໂຫສົດໄລຍະທີ 1 ໄດ້ສ້າງສຳເລັດ ແລະ ມອບ-ຮັບຢ່າງເປັນທາງການ; ວິທະຍາໄລອາຊີວະສຶກສາດ້ານລາງລົດໄຟ ແລະ ວິທະຍາໄລອື່ນໆທັງໝົດ 3 ແຫ່ງ ໄດ້ເລີ່ມຕົ້ນການກໍ່ສ້າງຕາມລໍາດັບ.

ແຂກທີ່ເຂົ້າຮ່ວມຈາກຝ່າຍລາວກ່າວວ່າ, ໃນໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດທີ່ຜ່ານມາ, ສອງຝ່າຍເວລາໃດກໍຍຶດໝັ້ນອຸດົມການສັງຄົມນິຍົມຢ່າງສຸດກົກສຸດປາຍ, ສົ່ງເສີມມູນເຊື້ອມິດຕະພາບຖານສະຫາຍອ້າຍນ້ອງ ກໍຄື ສາຍພົວພັນ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ໃຫ້ເຂົ້າສູ່ລວງເລິກ, ການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ແຕກດອກອອກຜົນຢ່າງຕໍ່ເນື່ອງ. ສອງຝ່າຍ ໄດ້ລົງເລິກການຮ່ວມມືຮູບປະທໍາຢ່າງຮອບດ້ານ, ໃນໄລຍະ 30 ປີ ທີ່ຜ່ານມາ, ການລົງທຶນຂອງຝ່າຍຈີນຕໍ່ຝ່າຍລາວໄດ້ເພີ່ມທະວີ 70 ເທົ່າ, ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 230 ເທົ່າ. ໂຄງການພື້ນຖານໂຄງລ່າງທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງດ່ວນວຽງຈັນ-ວັງວຽງ ໄດ້ຊ່ວຍເຫຼືອປະເທດລາວບັນລຸຄວາມຝັນ ຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ, ເຊິ່ງໄດ້ກາຍເປັນພຶດຕິກໍາອັນແທ້ຈິງໃນການຊຸກຍູ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ການກໍ່ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.