ຂະບວນລົດໄຟສາຍສະເພາະສໍາລັບສົ່ງອອກລົດຈັກຈີນໄປສູ່ປະເທດລາວ ຕາມທາງລົດໄຟ ຈີນ-ລາວ ຖ້ຽວທໍາອິດ ໄດ້ອອກເດີນທາງແລ້ວ

lmcchina.org, January 30, 2022
Size:

ເວລາ 10 ໂມງເຊົ້າ ຂອງ ວັນທີ 17 ມັງກອນ ປີ 2022, ຂະບວນລົດໄຟທີ່ບັນຈຸເຄື່ອງອາໄຫຼ່ລົດຈັກທີ່ ຜະລິດໂດຍປະເທດຈີນໄດ້ທະຍອຍອອກເດີນທາງຈາກສະຖານີໃຈກາງບ້ານສາມັກຄີ ນະຄອນຈົງກິ່ງ ໄປສູ່ນະຄອນຫຼວງວຽງຈັນ ປະກອບສ່ວນໃນການສົ່ງຜົນຜະລິດຂອງຈີນໄປສູ່ຕ່າງປະເທດ  ໂດຍຜ່ານ ຊ່ອງທາງການຄ້າສາກົນທາງບົກ ແລະ ທາງທະເລໃໝ່. ນີ້ແມ່ນຂະບວນລົດໄຟສະເພາະສໍາລັບສົ່ງອອກລົດຈັກຈີນໄປສູ່ປະເທດລາວ ຕາມທາງລົດໄຟ ຈີນ-ລາວ ຖ້ຽວທໍາອິດ ກໍແມ່ນມາດຕະການສໍາຄັນຍິ່ງອີກອັນໜຶ່ງ ທີ່ເຊື່ອມໂຍງຊ່ອງທາງການຄ້າສາກົນທາງບົກ ແລະ ທາງທະເລໃໝ່ ກັບ ສັນຍາ RCEP ອີກດ້ວຍ ເພື່ອຮັບໃຊ້ຍຸດທະສາດແຫ່ງຊາດ, ການພັດທະນາເສດຖະກິດ ແລະ ອຸດສາຫະກຳຂອງພາກພື້ນ.

ເສັ້ນທາງລົດໄຟ ຈີນ-ລາວ ແມ່ນໂຄງການພື້ນຖານໂຄງລ່າງອັນສໍາຄັນທີ່ເຊື່ອມໂຍງ ແລະ ຮັບໃຊ້ໃຫ້ແກ່ການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ກໍຄື ການສົ່ງເສີມການເຊື່ອມໂຍງເຊື່ອມຈອດ ລະຫວ່າງ ປະເທດຈີນ ກັບ ບັນດາປະເທດອ້ອມຂ້າງ. ນັບແຕ່ຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟ ຈີນ-ລາວ ໄດ້ເປີດບໍລິການ ໃນເດືອນທັນວາ ປີ 2021 ຜ່ານມາ, ບໍລິສັດຈໍາກັດທີ່ໃຫ້ການບໍລິການຜ່ານຊ່ອງທາງການຄ້າສາກົນທາງບົກ ແລະ ທາງທະເລໃໝ່ໄດ້ເປີດບໍລິການໃນຕະຫຼາດຢ່າງທັນເວລາ ເຊິ່ງໄດ້ສ້າງຄວາມສະດວກໃຫ້ແກ່ການຂົນສົ່ງໄປກັບຂອງຂະບວນລົດ ແລະ ເປີດບໍລິການຂະບວນທຸກອາທິດຢ່າງເປັນປົກກະຕິ.

ໃນມື້ດຽວກັນ, ຜູ້ແທນວິສາຫະກິດຈາກ ບໍລິສັດຈໍາກັດໃຫ້ບໍລິການຜ່ານຊ່ອງທາງການຄ້າສາກົນທາງບົກ ແລະ ທາງທະເລໃໝ່ ແລະ ບັນດາວິສາຫະກິດຂອງສະມາຄົມລົດຈັກ ລາວ-ຈີນ ທີ່ໄດ້ເຂົ້າຮ່ວມພິທີເປີດບໍລິການຂະບວນ ໄດ້ຈັດສໍາມະນາຮ່ວມກັນ, ເຊິ່ງມີຜູ້ແທນຈາກວິສາຫະກິດຫຼາຍທ່ານ ໄດ້ສະເໜີຄວາມຄິດເຫັນຕໍ່ບັນຫາຕ່າງໆຢ່າງຕັ້ງໜ້າ ໂດຍສຸມໃສ່ບັນຫາຕົ້ນຕໍ ເຊັ່ນ: ເມື່ອນໍາໃຊ້ຂະບວນຂ້າມຊາຍແດນຕາມທາງລົດໄຟ ຈີນ-ລາວ ແລະ ຊ່ອງທາງການຄ້າສາກົນທາງບົກ  ແລະ ທາງທະເລໃໝ່ ຄວນຈັດສັນຊັບພະຍາກອນຄັງສິນຄ້າໃນຕ່າງປະເທດຄືແນວໃດ ເພື່ອການກໍ່ສ້າງສວນອຸດສາຫະກໍາຢູ່ຕ່າງປະເທດ, ສ້າງການຂົນສົ່ງແບບນໍາໃຊ້ຫຼາຍອຸປະກອນຂົນສົ່ງແຕ່ຕ້ອງການລົງທະບຽນພຽງເທື່ອດຽວ ທີ່ມີລັກສະນະຫຼາກຫຼາຍ ແລະ ປະດິດສ້າງ, ຍົກລະດັບການອຳນວຍຄວາມສະດວກໃຫ້ແກ່ການຄ້າຕ່າງປະເທດ, ຫຼຸດຕົ້ນທຶນ ການອອກໄປສູ່ຕ່າງປະເທດຂອງວິສາຫະກິດ ແລະ ບັນຫາອື່ນໆເປັນຕົ້ນ.