ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວອວຍ​ພອນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈົ່ງປະ​ສົບ​ຜົນ​ສຳ​ເລັດ​

CRI, January 28, 2022
Size:

ວັນທີ 25 ມັງກອນນີ້, ໃນເວລາທີ່ເຂົ້າຮ່ວມກິດຈະກຳສອງຝ່າຍຢູ່ນະຄອນຫຼວງວຽງຈັນ, ທ່ານຈ່ຽງຈ້າຍຕຸ່ງ ເອກອັກຄະລັດຖະທູດຈີນປະຈຳລາວໄດ້ແຈ້ງສະພາບວຽກງານການກະກຽມງານກິລາໂອລິມປິກລະດູໜາວປັກກິ່ງໃຫ້ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວໄດ້ຮັບຊາບ.

ທ່ານພັນຄຳ ວິພາວັນກ່າວວ່າ: ຍ້ອນຂໍ້ຈຳກັດດ້ານພູມສາດ ແລະ ອາກາດ, ກິລາຫິມະ ແລະ ນ້ຳກ້ອນຂອງລາວຍັງບໍ່ທັນໄດ້ພັດທະນາ, ແຕ່ບໍ່ໄດ້ເຮັດໃຫ້ຄວາມສົນໃຈຂອງປະຊາຊົນລາວທີ່ມີຕໍ່ກິລາຫິມະ ແລະ ນ້ຳກ້ອນ, ກໍຄືຄວາມປາຖະໜາທີ່ມີຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງໜ້ອຍລົງ.

ທ່ານພັນຄຳ ວິພາວັນກ່າວຕື່ມວ່າ, ປະເທດລາວດີໃຈທີ່ໄດ້ເຫັນວ່າ, ປະເທດຈີນໄດ້ກຽມພ້ອມຈະຈັດງານມະຫາກຳກິລາໂອລິມປິກທີ່ໜ້າຊົມ ແລະ ໂດດເດັ່ນໃຫ້ກັບໂລກ. ທ່ານໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສົ່ງຄຳອວຍພອນໃຫ້ປະຊາຊົນຈີນ ເນື່ອງໃນໂອກາດບຸນກຸດຈີນຈົ່ງຢູ່ດີມີສຸກ, ອວຍພອນໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງຈົ່ງປະສົບຜົນສຳເລັດຢ່າງຈົບງາມ.