“ເສັ້ນ​ທາງລົດ​ໄຟ​ນຳ​ໂຊກ” ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ຢ່າງ​ຕໍ່​ເນື່ອງ

CRI, January 28, 2022
Size:

ຫວ່າງມໍ່ໆມານີ້, ບໍລິສັດກາເຟດາວຈຳກັດໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດຈີນ 2 ແຫ່ງ ຢູ່ເມືອງປາກເຊແຂວງຈຳປາສັກ ເພື່ອມອບສິດໃຫ້ບໍລິສັດ 2 ແຫ່ງນີ້ຂະຫຍາຍຕະຫຼາດຂອງບໍລິສັດຕົນຢູ່ປະເທດຈີນ ແລະ ດຳເນີນກນຮ່ວມມືດ້ານການຕະຫຼາດຕ່າງໆ. ໃນຂະນະດຽວກັນ, ສະມາຄົມກາເຟລາວກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດ 2 ແຫ່ງດັ່ງກ່າວຂອງຈີນເຊັ່ນກັນ, ເພື່ອໂຄສະນາເຜີຍແຜ່ຍີ່ຫໍ້ກາເຟລາວຢູ່ຕະຫຼາດຈີນ.

ໃນຖານະເປັນຜະລິດຕະພັນກະສິກຳສົ່ງອອກທີ່ສຳຄັນຂອງປະເທດລາວ, ກາເຟໄດ້ສ້າງລາຍຮັບໃຫ້ແກ່ປະເທດລາວເກືອບ 100 ລ້ານໂດລາສະຫະລັດຕໍ່ປີ, ການພັດທະນາຕະຫຼາດບໍລິໂພກກາເຟຢູ່ປະເທດຈີນ ໄດ້ລະບຸໄວ້ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດລາວ ໃນຖານະເປັນຍຸດທະສາດດ້ານເສດຖະກິດທີ່ສຳຄັນ. ການເປີດນຳໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການ ແມ່ນໂອກາດອັນໃຫຍ່ຫຼວງສຳລັບການສົ່ງອອກຜະລິດຕະພັນກະສິກຳຕ່າງໆຂອງປະເທດລາວສູ່ປະເທດຈີນ, ເຊັ່ນ: ກາເຟເປັນຕົ້ນ.

ຕາມຂ່າວແຈ້ງວ່າ: ນັບແຕ່ເດືອນມັງກອນຫາເດືອນພະຈິກປີ 2021, ຍອດມູນຄ່າການຄ້າລະຫວ່າງລາວແລະຈີນໄດ້ບັນລຸເຖິງ 3,98 ຕື້ໂດລາສະຫະລັດ ເຊິ່ງໄດ້ບັນລຸການເຕີບໂຕເປັນຕົວເລກບວກ ເຖິງວ່າຜະເຊີນກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ໃນນັ້ນ, ການຄ້າຜະລິດຕະພັນກະສິກຳ ແມ່ນພາກສ່ວນສຳຄັນໃນການຄ້າລະຫວ່າງສອງຝ່າຍ. ການສົ່ງອອກຜະລິດຕະພັນກະສິກຳບໍ່ພຽງແຕ່ສາມາດເພີ່ມລາຍໄດ້ດ້ານພາສີໃຫ້ແກ່ລັດຖະບານລາວແລະມີຜົນດີຕໍ່ການພັດທະນາເສດຖະກິດແຫ່ງຊາດເທົ່ານັ້ນ, ຫາກຍັງສາມາດສ້າງໂອກາດການປະກອບອາຊີບ ແລະ ເພີ່ມໄດ້ຮັບໃຫ້ກັບປະຊາຊົນລາວໄດ້ອີກດ້ວຍ.

“ເສັ້ນທາງລົດໄຟນຳໂຊກ” ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດລາວແລະຈີນຢ່າງຕໍ່ເນື່ອງ_fororder_微信图片_20220127165350

ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ເຄີຍປະກອບຄຳເຫັນໃນກອງປະຊຸມລັດຖະບານຫຼາຍເທື່ອ ໂດຍຮຽກຮ້ອງໃຫ້ຊຸກຍູ້ການລ້ຽງງົວພັນຊີ້ນພາຍໃນປະເທດລາວ. ຍ້ອນວ່າການເປີດນຳໃຊ້ທາງລົດໄຟລາວ-ຈີນ. ໄດ້ເຮັດໃຫ້ການຂົນສົ່ງສິນຄ້າທາງບົກມີຄວາມສະດວກກວ່າເກົ່າ ແລະ ຕົ້ນທືນໃນການຂົນສົ່ງຕ່ຳລົງ, ນີ້ກໍເປັນໂອກາດທີ່ດີທີ່ສຸດສຳລັບການສົ່ງອອກງົວພັນຊີ້ນ.

ນອກນີ້, ປະເທດລາວຍັງໄດ້ຮັບໂກຕາ ເພື່ອສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ ເຊັ່ນ: ງົວພັນຊີ້ນ ແລະ ເຂົ້າສານເປັນຕົ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງລາວກໍໄດ້ຕັ້ງໜ້າຊຸກຍູ້ວຽກງານໃນດ້ານນີ້ ເຊັ່ນ: ກະຊວງອຸດສາຫະກຳແລະການຄ້າ, ກະຊວງກະສິກຳແລະປ່າໄມ້ ສປປ ລາວກໍໄດ້ຮ່ວມມືກັນຢ່າງແທ້ຈິງ ເພື່ອຊຸກຍູ້ໃຫ້ວິສາຫະກິດທີ່ກ່ຽວຂ້ອງເຊັນສັນຍາສົ່ງອອກຜະລິດຕະພັນກະສິກຳຕ່າງໆໄປປະເທດຈີນ ເຊັ່ນ: ໝາກຖົ່ວດິນ, ມັນຝຣັ່ງ, ໝາກກ້ວຍ, ໝາກຫຸ່ງ ແລະ ອື່ນໆ. ໃນຂະນະດຽວກັນ, ກໍນຳໃຊ້ໂອກາດເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ໂອກາດອື່ນໆ ເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳໄປສູ່ຕະຫຼາດຈີນ. ປັດຈຸບັນ, ປະເທດລາວໄດ້ສົ່ງອອກເຂົ້າສານ 3 ໝື່ນໂຕນໄປສູ່ປະເທດຈີນ ແລະ ຄາດວ່າ ຈະສົ່ງອອກຕາມໂກຕາໃຫ້ສຳເລັດໃນປີ 2022.

“ເສັ້ນທາງລົດໄຟນຳໂຊກ” ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດລາວແລະຈີນຢ່າງຕໍ່ເນື່ອງ_fororder_微信图片_20220127165405

ໂດຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການສົ່ງອອກຜະລິດຕະພັນກະສິກຳຂອງປະເທດລາວໄດ້ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ແຕ່ການເປີດນຳໃຊ້ທາງລົດໄຟລາວ-ຈີນ ກໍ່ໄດ້ເປັນ “ພະລັງຂັບເຄື່ອນໃໝ່” ສຳລັບການພັດທະນາຂະແໜງການກະສິກຳຂອງລາວ. ຕາມຂ່າວແຈ້ງວ່າ: ນັບແຕ່ເລີ່ມເປີດນຳໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ການຂົນສົ່ງສິນຄ້າທີ່ນຳໃຊ້ທາງລົດໄຟສາຍນີ້ໄດ້ພັດທະນາຢ່າງວ່ອງໄວ. ມາຮອດວັນທີ 17 ມັງກອນນີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟລາວ-ຈີນມີເຖິງ 153 ຂະບວນ, ໄດ້ຂົນສົ່ງສິນຄ້າ 59.500 ໂຕນ ແລະ ມີມູນຄ່າທັງໝົດ 1,068 ຕື້ຢວນ, ນີ້ກໍໄດ້ເຮັດໃຫ້ການສົ່ງອອກຜະລິດຕະພັນກະສິກຳຂອງປະເທດລາວສູ່ຕະຫຼາດຈີນມີຄວາມສະດວກກວ່າເກົ່າ. ສະນັ້ນ, ທາງລົດໄຟລາວ-ຈີນທີ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດລາວແລະຈີນສາຍນີ້. ຈິ່ງຖືກປະຊາຊົນລາວຂະໜານນາມວ່າ, “ທາງລົດໄຟນຳໂຊກ”.

ປະຊາຊົນລາວມັກມີຄຳເວົ້າທີ່ວ່າ “ໃນນ້ຳມີປາ, ໃນນາມີເຂົ້າ" ເຊິ່ງໄດ້ວາດພາບໃຫ້ເຫັນສະພາບຂອງປະເທດລາວທີ່ເປັນປະເທດທີ່ມີອຸດົມສົມບູນ. ປະເທດລາວມີທ່າແຮງຫຼາຍສິ່ງຫຼາຍຢ່າງ ເຊັ່ນ: ຜັກແລະໝາກໄມ້ສົດ, ເບຍລາວທີ່ນຸ້ມຄໍ, ກາເຟ ແລະ ໃບຊາ ທີ່ຫອມຫວນ. ນອກຈາກນັ້ນ, ຍັງມີທິວທັດທຳມະຊາດທີ່ສວຍງາມ ແລະ ມີຮີດຄອງປະເພນີທີ່ຫຼາກຫຼາຍ. ພາຍຫຼັງເປີດນຳໃຊ້ “ທາງລົດໄຟນຳໂຊກ” ແລ້ວ, ປະເທດລາວຍ່ອມຈະສາມາດບັນລຸການພັດທະນາໄດ້ດີກວ່າເກົ່າ.

“ເສັ້ນທາງລົດໄຟນຳໂຊກ” ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດລາວແລະຈີນຢ່າງຕໍ່ເນື່ອງ_fororder_微信图片_20220127165354