ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ

CRI, January 27, 2022
Size:

ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສະໜັບສະໜູນການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕະຫຼອດມາ_fororder_微信图片_20220125161754

ຫວ່າງມໍ່ໆມານີ້, ພາຍຫຼັງເພງ “ມຸ່ງໜ້າໄປສູ່ອະນາຄົດຮ່ວມກັນ” ເພງງານກິລາໂອລິມປິກລະດູໜາວປັກກິ່ງ ທີ່ຂັບຮ້ອງໂດຍທ້າວຕ່າຍ ອາກາດ ນັກຮ້ອງລາວ ໄດ້ເຜີຍແຜ່ຢູ່ຕາມສື່ສັງຄົມອອນລາຍແລ້ວ, ໄດ້ດຶງດູດຄວາມສົນໃຈຈາກຜູ້ຟັງເປັນຈຳນວນຫຼວງຫຼາຍ. ເພງນີ້ໄດ້ສະແດງໃຫ້ເຫັນເຖິງການສົ່ງເສີມນ້ຳໃຈໂອລິມປິກຂອງວົງການຕ່າງໆໃນສັງຄົມລາວ ແລະ ສົ່ງເສີມກະແສແນວຄິດຕົ້ນຕໍແຫ່ງ “ຄວາມສາມັກຄີກັນ”. ຊາວເນັດຊາວລາວຫຼາຍຄົນໄດ້ກ່າວສະໜັບະສະໜູນງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ກ່າວວ່າ: ຖ້າມີໂອກາດ, ກໍຢາກໄປຊົມການແຂ່ງຂັນຢູ່ປະເທດຈີນ.

ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສະໜັບສະໜູນການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕະຫຼອດມາ_fororder_微信图片_20220125161758

ງານກິລາໂອລິມປິກລະດູໜາວປັກກິ່ງຈະໄຂຂຶ້ນໃນໄວໆນີ້, ໃນອາທິດນີ້, ນັກກິລາ ແລະ ຄະນະຮັບຜິດຊອບນັກກິລາຂອງປະເທດຕ່າງໆ ຈະທະຍອຍກັນເດີນທາງມາເຖິງປະເທດຈີນແລ້ວ. ໃນບັນຍາກາດດີໆແບບນີ້, ພັດມີນັກການເມືອງຈຳນວນໜຶ່ງຂອງປະເທດຕາເວັນຕົກໄດ້ເສກສັນປັ້ນແຕ່ງຄຳເວົ້າທີ່ວ່າ: ຈີນມີບັນຫາ “ຄວາມປອດໄພດ້ານອິນເຕີເນັດ” ອອກມາ ແລະ ກ່າວເຕືອນນັກກິລາວ່າ “ຢ່ານຳເອົາມືຖື ແລະ ຄອມພິວເຕີສ່ວນຕົວ” ໄປປະເທດຈີນ ເຫຼົ່ານີ້ເປັນຕົ້ນ.

ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສະໜັບສະໜູນການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕະຫຼອດມາ_fororder_微信图片_20220125161802

ການກະທຳຂອງນັກການເມືອງປະເທດຕາເວັນຕົກແບບນີ້ ຖືກຫຼາຍປະເທດທີ່ສຸດໃນໂລກຄັດຄ້ານ. ທ່ານໂທມາສ ບັກສ ປະທານຄະນະກຳມະການໂອລິມປິກສາກົນກໍກ່າວເນັ້ນວ່າ: “ຖ້າຄົນທັງຫຼາຍລ້ວນແຕ່ເລີ່ມ “ແບ່ງພັກແຍກພວກການເມືອງ” ແລ້ວ, ພວກເຮົາຈະບໍ່ສາມາດເຕົ້າໂຮມ 206 ປະເທດ ແລະ ເຂດແຄວ້ນໃນໂລກໃຫ້ມາເຂົ້າຮ່ວມງານກິລາໂອລິມປິກໄດ້ຈັກເທື່ອ.”

ໂດຍປະເຊີນໜ້າກັບ “ສຽງລົບກວນ” ຈາກນັກການເມືອງປະເທດຕາເວັນຕົກທີ່ກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງ, ປະເທດຕ່າງໆໃນອາຊີຕາເວັນອອກສຽງໃຕ້ກໍໄດ້ຕອບໂຕ້ຄືນດ້ວຍການກະທຳຕົວຈິງ.

ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສະໜັບສະໜູນການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕະຫຼອດມາ_fororder_微信图片_20220125161815

ກຳປູເຈຍໄດ້ສົ່ງນັກກິລາເຂົ້າຮ່ວມງານກິລາໂອລິມປິກລະດູໜາວເປັນຄັ້ງທຳອິດໃນປະຫວັດສາດ, ທ່ານວັດ ຈຳເຣີນ ປະທານຄະນະກຳມະການໂອລິມປິກແຫ່ງຊາດກຳປູເຈຍກ່າວວ່າ: ກຳປູເຈຍຮູ້ສຶກພາກພູມໃຈ ແລະ ຕື່ນເຕັ້ນດີໃຈ ທີ່ຖືກຮັບເຊີນໃຫ້ເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ 2022. ທ່ານເຊື່ອໝັ້ນວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງຈະປະສົບຜົນສຳເລັດຢ່າງຈົບງາມ.

ສ່ວນຟີລິບປິນທີ່ໄດ້ມີສິດເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ ຈະສົ່ງຄະນະຜູ້ແທນນັກກິລາ 6 ຫາ 7 ຄົນມານະຄອນຫຼວງປັກກິ່ງ. ທ່ານ ອາບຣາຮາມ ໂຕເລນຕີໂນ ຮອງປະທານສະພາແຫ່ງຊາດຟີລິບປິນໄດ້ສະແດງຄວາມຍ້ອງຍໍຊົມເຊີຍວຽກງານກະກຽມງານກິລາໂອລິມປິກລະດູໜາວປັກກິ່ງ, ທ່ານກ່າວວ່າ: “ຈີນໄດ້ກຽມຄວາມພ້ອມທຸກປະການແລ້ວ, ທີ່ຈິງແລ້ວ, ຈີນຈະເຮັດແບບນີ້ຢ່າງແນ່ນອນ.”

ສ່ວນສິງກະໂປ ແລະ ລາວ ທີ່ບໍ່ມີນັກກິລາມາເຂົ້າຮ່ວມ ກໍໄດ້ສະໜັບສະໜູນງານກິລາໂອລິມປິກລະດູໜາວປັກກິ່ງດ້ວຍຮູບການອື່ນ.

ຫວ່າງມໍ່ໆມານີ້, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກໍາມະການກິລາໂອລິມປິກແຫ່ງຊາດລາວໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ປະເທດ ຫຼື ພັກການເມືອງໃດໆ ກໍບໍ່ຄວນຫັນງານກິລາໂອລິມປິກເປັນບັນຫາການເມືອງ. ພາຍໃຕ້ສະພາບການທີ່ພະຍາດໂຄວິດ-19 ຍັງແຜ່ລະບາດໃນຂອບເຂດທົ່ວໂລກ ແລະ ມວນມະນຸດພວມຜະເຊີນກັບໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດ, ພວກເຮົາຄວນສ້າງສະພາບແວດລ້ອມທີ່ດີງາມກວ່າເກົ່າ, ເຮັດໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງ 2022ກາຍເປັນສື່ກາງໃນການເພີ່ມທະວີຄວາມສາມັກຄີ ແລະ ການປົກປັກຮັກສາສັນຕິພາບໂລກຢ່າງແທ້ຈິງ.”

ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສະໜັບສະໜູນການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕະຫຼອດມາ_fororder_微信图片_20220125161811

ຫວ່າງມໍ່ໆມານີ້, ໂຄສົກບໍລິສັດການບິນສິງກະໂປກ່າວຢືນຢັນກັບສື່ມວນຊົນວ່າ: ນັບແຕ່ວັນທີ 21 ມັງກອນຫາວັນທີ 16 ມີນາປີນີ້, ບໍລິສັດການບິນສິງກະໂປຈະໃຫ້ບໍລິການເຮືອບິນແບບເໝົາລຳຈາກສະໜາມບິນຊາງກີສິງກະໂປໄປນະຄອນຫຼວງປັກກິ່ງໃນທຸກມື້ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກກິລາແລະຄະນະນຳຂອງປະເທດຈຳນວນໜຶ່ງ ໃນພາກພື້ນອາຊີຕາເວັນອອກສຽງໃຕ້, ອາຊີໃຕ້, ເຂດຕາເວັນອອກກາງ ແລະ ປະເທດທີ່ຢູ່ເຟື້ອງໂລກໃຕ້ ທີ່ຈະເດີນທາງໄປເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ.

ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສະໜັບສະໜູນການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕະຫຼອດມາ_fororder_微信图片_20220125161808

ທີ່ຈິງແລ້ວ, ການໃສ່ຮ້າຍປ້າຍສີຈີນວ່າມີ “ບັນຫາຄວາມປອດໄພດ້ານອິນເຕີເນັດ” ເປັນຕົ້ນ ເປັນພຽງການເສກສັນປັ້ນແຕ່ງຂອງນັກການເມືອງຈຳນວນໜ້ອຍໜຶ່ງຂອງປະເທດຕາເວັນຕົກເທົ່ານັ້ນ, ສຽງສ່ວນຫຼາຍຂອງປະຊາຊົນໂລກແມ່ນໃຫ້ການສະໜັບສະໜູນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍງານກິລາໂອລິມປິກລະດູໜາວປັກກິ່ງມາໂດຍຕະຫຼອດ. ຄືກັບເພງ “ມຸ່ງໜ້າໄປສູ່ອະນາຄົດຮ່ວມກັນ” ທີ່ມີເນື້ອໃນວ່າ: “ທຸກໆຄົນຈັບມືກັນ, ງານກິລາໂອລິມປິກລະດູໜາວຈະມີຄວາມສາມັກຄີ ແລະ ໂດດເດັ່ນກວ່າເກົ່າ. ນີ້ຈິ່ງແມ່ນຄວາມປາຖະໜາຮ່ວມກັນຂອງປະຊາຊົນປະເທດຕ່າງໆໃນໂລກ.

ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສະໜັບສະໜູນການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕະຫຼອດມາ_fororder_微信图片_20220125161805