ສິນຄ້າທີ່ຈັດຊື້ຢູ່ຕະຫຼາດຕາມທີ່ກຳນົດໄວ້ ໄດ້ຖືກຂົນສົ່ງໄປສູ່ນະຄອນຫຼວງວຽງຈັນ ປະເທດລາວດ້ວຍຂະບວນລົດໄຟ ຈີນ-ລາວ ເປັນຄັ້ງທຳອິດ

lmcchina.org, January 27, 2022
Size:

ວັນທີ 15 ມັງກອນທີ່ຜ່ານມາ, ແຂວງເສສວນໄດ້ຈັດການຈັດຊື້ສິນຄ້າທີ່ມີມູນຄ່າເຖິງສອງແສນຫ້າໝື່ນຢວນ ແລະ ບັນທຸກໃສ່ 5 ຕູ້ຄອນເທັນເນີສະເພາະຢູ່ຕະຫຼາດທີ່ກຳນົດໄວ້ ເຊິ່ງໄດ້ຜ່ານຂັ້ນຕອນການແຈ້ງພາສີ ແລະ ການກວດກາທັງໝົດຢ່າງວ່ອງໄວ ໂດຍຢູ່ພາຍໃຕ້ການຕິດຕາມຄວບຄຸມຢ່າງມີປະສິດທິພາບສູງຂອງດ່ານພາສີ ຊິ່ນປາຍຈ່ຽງ (Qingbaijiang) ແລະ ຖືກຂົນສົ່ງຜ່ານຂະບວນລົດໄຟ ຈີນ-ລາວ, ຖືວ່າເປັນການຂົນສົ່ງສິນຄ້າທີ່ຈັດຊື້ຢູ່ຕະຫຼາດຕາມທີ່ກຳນົດໄວ້ ດ້ວຍຂະບວນລົດໄຟ ຈີນ-ລາວ ເປັນຄັ້ງທຳອິດ.

ຕາມການແນະນຳ, 5 ຕູ້ຄອນເທັນເນີສະເພາະດັ່ງກ່າວ ປະກອບດ້ວຍສິນຄ້າຍ່ອຍຕ່າງໆ, ເຊັ່ນ: ຈັກຊັກເຄື່ອງ, ຕູ້ກົດນ້ຳດື່ມ ແລະ ສິນຄ້າອື່ນໆ, ເຊິ່ງຈະອອກເດີນທາງຜ່ານຂະບວນລົດໄຟ ຈີນ-ລາວ ທີ່ເລີ່ມຈາກນະຄອນເສີງຕູ່ ແລະອອກໄປສູ່ຕ່າງປະເທດຜ່ານດ່ານບໍ່ຫານ, ເຊິ່ງມີໄລຍະທາງຂົນສົ່ງລວມ 1800 ກິໂລແມັດ ແລະ ຄາດຄະເນວ່າ ຈະໄປຮອດ ນະຄອນຫຼວງວຽງຈັນ ປະເທດລາວ ໃນ 5 ມື້ຕໍ່ໜ້າ.

ທ່ານ ຢາງປາຍ (Yang Bai), ຫົວໜ້າສູນບໍລິການການຄ້າປະເພດຈັດຊື້ສິນຄ້າຢູ່ຕະຫຼາດຕາມທີ່ກຳນົດໄວ້ ເຂດຈິ່ນນິວ (Jin Niu)  ນະຄອນເສີງຕູ່ ໄດ້ກ່າວວ່າ “ການຄ້າປະເພດຈັດຊື້ສິນຄ້າຢູ່ຕະຫຼາດຕາມທີ່ກຳນົດໄວ້ ມີຄວາມໝາຍສຳຄັນເປັນຢ່່າງຍິ່ງຕໍ່ການສົ່ງອອກສິນຄ້າຍ່ອຍ, ການຂົນສົ່ງສິນຄ້າຜ່ານຂະບວນລົດໄຟ ຈີນ-ລາວ ໃນຄັ້ງນີ້ ເປັນການທົດລອງອີກຄັ້ງໜຶ່ງ ແລະ ເປັນການບຸກທະລຸຄັ້ງໃໝ່ ໃນການຂະຫຍາຍຕະຫຼາດໄປສູ່ທິດໃຕ້, ເຊິ່ງໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກກົມການຄ້າ ແຂວງເສສວນ, ດ່ານພາສີ ນະຄອນເສີງຕູ່ ແລະ ພະແນກການຄ້າ ນະຄອນເສີງຕູ່ ກໍຄື ສະຖານີລົດໄຟສາກົນ ນະຄອນເສີງຕູ່.” ເພິ່ນຍັງໄດ້ເວົ້າວ່າ, ພາຍໃຕ້ຂອບສັນຍາອາເຊັບRCEP, ທາງລົດໄຟ ຈີນ-ລາວ ບໍ່ພຽງແຕ່ໄດ້ເປີດໂອກາດການພັດທະນາອັນໃໝ່ໃຫ້ແກ່ປະເທດລາວ ທີ່ເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລແລ້ວ, ອີກດ້ານໜຶ່ງຄຽງຄູ່ກັບການສົ່ງອອກສິນຄ້າຍ່ອຍທີ່ມີລາຄາຖືກ ແລະ ມີຄຸນນະພາບດີໄປສູ່ປະເທດລາວໃຫ້ຫຼາຍຂຶ້ນນັ້ນ, ຍັງຈະເປັນການເປີດຊ່ອງທາງໃໝ່ໃນການສົ່ງອອກສິນຄ້າຍ່ອຍທີ່ຜະລິດຢູ່ແຂວງເສສວນໄປສູ່ພາກພື້ນ ກໍຄືປະເທດອາຊີອາຄະເນ, ເຊັ່ນ: ປະເທດໄທ ແລະ ປະເທດມາເລເຊຍ ເປັນຕົ້ນ.

ໃນຄັ້ງນີ້, ເຂດຈິ່ນນິວໄດ້ປະສານງານກັບບໍລິສັດຕ່າງໆ ເຊັ່ນ: ບໍລິສັດຈົວຟານເສີງຕູ່, ບໍລິສັດການຄ້າເຟິ້ງສ່ຽວເຊິ່ງ ເສີງຕູ່ຈຳກັດ ແລະ ບໍລິສັດອື່ນໆເປັນຫຼາຍຄັ້ງ, ໄດ້ຊີ້ນຳຊຸກຍູ້ໃຫ້ວິສາຫະກິດຕ່າງໆຍາດເອົາກາລະໂອກາດການພັດທະນາທີ່ໃຫຍ່ຫຼວງ ພາຍໃຕ້ຂອບສັນຍາອາເຊັບ ແລະ ເສີມຂະຫຍາຍທ່າແຮງຂອງການຮວບຮວມສິນຄ້າຍ່ອຍປະເພດຕ່າງໆທີ່ຈັດຊື້ຢູ່ຕະຫຼາດທີ່ກຳນົດໄວ້ ໃສ່ໃນ ຕູ້ຄອນເທັນເນີຢ່າງເຕັມທີ່ ຈົນເຮັດໃຫ້ສິນຄ້າເຫຼົ່ານີ້ຖືກຂົນສົ່ງໄປຫານະຄອນຫຼວງວຽງຈັນ ໂດຍຜ່ານຂະບວນລົດໄຟ ຈີນ-ລາວຢ່າງສຳເລັດຜົນ. ໃນຕໍ່ໜ້າ, ເຂດຈິ່ນນິວ ຍັງຈະນຳໃຊ້ນະໂຍບາຍຕ່າງໆຈາກສັນຍາອາເຊັບຢ່າງເຕັມທີ, ລົງເລິກສຶກສາຄົ້ນຄວ້າແຖບອຸດສາຫະກຳແຂວງເສສວນຢ່າງຕັ້ງໜ້າ, ດຶງດູດສິນຄ້າທີ່ມີເອກະລັກສະເພາະ ແລະ ມີຄຸນນະພາບດີພາຍໃນປະເທດ ເພື່ອມາເຕົ້າໂຮມຢູ່ເຂດຈິ່ນນິວ, ດຶງດູດບໍລິສັດການຄ້າຕ່າງປະເທດທີ່ດີ ແລະ ລູກຄ້າຕ່າງປະເທດ ມາດຳເນີນການຈັດຊື້ສິນຄ້າຢູ່ເຂດຈິ່ນນິວ ເພື່ອສ້າງສູນການຄ້າສາກົນນະຄອນເສີງຕູ່ ໃຫ້ກາຍເປັນສູນສຳຄັນໃນການແຈກຢາຍສິນຄ້າທີ່ຂົນສົ່ງດ້ວຍລົດໄຟໄປສູ່ບັນດາປະເທດໃນອາຊີອາຄະເນ.