ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສ້າງຜົນປະໂຫຍດອັນແທ້ຈິງ

lmcchina.org, January 27, 2022
Size:

ໃນຮ້ານວາງສະແດງສິນຄ້າ “CM CMee” ທີ່ສູນເຊັນທັນ ເຟສຕິໂວ ຊຽງໃໝ່ (Central Festival Chiangmai) ປະເທດໄທ, ກະເປົາຫິ້ວທີ່ຊາວບ້ານເມືອງແມ່ລິມ ຈັງຫວັດຊຽງໃໝ່ສານດ້ວຍມື ກຳລັງວາງຂາຍຢູ່ບ່ອນທີ່ຈັບຕາຜູ້ໄປຫຼາຍ, ເຊິ່ງຮ້ານວາງສະແດງດັ່ງກ່າວແມ່ນໂຄງການຄົ້ນຄວ້າ ແລະ ທົດລອງການຮ່ວມມືດ້ານການຄ້າເອເລັກໂຕຣນິກຂ້າມຊາຍແດນ ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ທີ່ນຳພາໂດຍມະຫາວິທະຍາໄລຊຽງໃໝ່, ເຊິ່ງສິນຄ້າຫຼາຍຢ່າງທີ່ນຳມາວາງຈຳໜ່າຍຢູ່ຮ້ານວາງສະແດງນີ້ ລ້ວນແຕ່ແມ່ນເຄື່ອງຫັດຖະກຳທີ່ມີເອກະລັກສະເພາະແບບພື້ນເມືອງຂອງປະເທດໄທ. 

ທ່ານ ນາງ ນາທະຍາ ຜູ້ອຳນວຍການຂອງຮ້ານວາງສະແດງສິນຄ້າໄດ້ກ່າວວ່າ “ລູກຄ້າຈີນມັກອາຫານ ແລະ ເຄື່ອງສຳອາງສະໝຸນໄພຂອງໄທ, ມັກຊື້ສິນຄ້າທີ່ຕົນເອງມັກຜ່ານສື່ອອນລາຍ. ບາງເທື່ອ, ຍອດມູນຄ່າການຈຳໜ່າຍສິນຄ້າຜ່ານການຖ່າຍທອດສົດໃນມື້ດຽວສາມາດບັນລຸເຖິງໝື່ນບາດ.” 

ໂຄງການຄົ້ນຄວ້າ ແລະ ທົດລອງການຮ່ວມມືດ້ານການຄ້າເອເລັກໂຕຣນິກຂ້າມຊາຍແດນດັ່ງກ່າວ ເລີ່ມດຳເນີນງານມາແຕ່ຕົ້ນປີ 2021. ມາຮອດປັດຈຸບັນນີ້, ຍອດມູນຄ່າການຈຳໜ່າຍທາງອອນລາຍໄດ້ລື່ນກາຍ 8 ແສນບາດ, ທັງໄດ້ສະໜອງໂອກາດຝຶກງານໃຫ້ແກ່ນັກສຶກສາມະຫາວິທະຍາໄລຊຽງໃໝ່ ໃນຂົງເຂດການຄ້າຂ້າມຊາຍແດນ, ການຂົນສົ່ງສິນຄ້າ ແລະ ການພັດທະນາຜະລິດຕະພັນເປັນຕົ້ນ. ທ່ານ ດະໄນທັນ ພົນພັດຊະຣາຖອນເທບ, ຜູ້ຮັບຜິດຊອບໂຄງການ ແລະ ຫົວໜ້າສູນການຄ້າອັດສະລິຍະຈີນ (China Intelligence Center) ມະຫາວິທະຍາໄລຊຽງໃໝ່ຖືວ່າ ຜ່ານກົນໄກການຮ່ວມມື LM, ຜົນຜະລິດກະສິກຳ ແລະ ສິນຄ້າທີ່ມີທ່າແຮງອື່ນໆຂອງບັນດາປະເທດ ໃນເຂດ LM ຈະສາມາດສົ່ງອອກໄປສູ່ປະເທດຈີນໄດ້ຢ່າງສະດວກກວ່າເກົ່າ ແລະ ຈະຜ່ານປະເທດຈີນສົ່ງອອກໄປສູ່ຕະຫຼາດທີ່ກວ້າງຂວາງກວ່າເກົ່າ ເຊັ່ນ: ຕະຫຼາດອາຊີກາງ ແລະ ເອີຣົບເປັນຕົ້ນ.. 

ໂຄງການຮ້ານວາງສະແດງສິນຄ້າ “CM CMee” ແມ່ນຕົວຢ່າງໜຶ່ງທີ່ປະເທດຈີນ ແລະ ປະເທດທີ່ກ່ຽວຂ້ອງຮ່ວມກັນຊອກຫາຄົ້ນຄວ້າ ແລະ ບັນລຸຕ່າງຝ່າຍຕ່າງມີຜົນປະໂຫຍດ ພາຍໃຕ້ກົນໄກການຮ່ວມມື LM. ໃນໄລຍະ 5 ປີກວ່າຜ່ານມາ, ກອງທຶນສະເພາະກິດສໍາລັບການຮ່ວມມື LM ທີ່ຝ່າຍຈີນສ້າງຕັ້ງຂຶ້ນນັ້ນ ໄດ້ດຳເນີນໂຄງການເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເຖິງ 500 ກວ່າໂຄງການ ໃນຂົງເຂດກະສິກຳ, ສາທາລະນະສຸກ, ການຫຼຸດຜ່ອນຄວາມທຸກຍາກ,ການປົກປັກຮັກສາສິ່ງແວດລ້ອມ ແລະອື່ນໆເປັນຕົ້ນ.