ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງຂອງປະ​ເທດ​ອາ​ຊີ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ໃຕ້​ຫວັງ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ຈັດ​ຂຶ້ນ​ຢ່າງ​​ສຳ​ເລັດ​ຜົນ​ຈົບ​ງາມ

CRI, January 26, 2022
Size:

ບຸກຄົນສຳຄັນທາງການເມືອງຂອງປະເທດອາຊີອາຊີຕາເວັນອອກສຽງໃຕ້ແລະອາຊີໃຕ້ຫວັງໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງຈັດຂຶ້ນຢ່າງສຳເລັດຜົນຈົບງາມ_fororder_微信图片_20220125110616

ວັນທີ 24 ມັງກອນນີ້, ກອງປະຊຸມປຶກສາຫາລືຮ່ວມກັນລະຫວ່າງຈີນກັບພັກການເມືອງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງປະເທດອາຊີອາຕາເວັນອອກສຽງໃຕ້ແລະອາຊີໃຕ້ທີ່ຄະນະພົວພັນຕ່າງປະເທດສູນກາມພັກກອງມູນິດຈີນເປັນເຈົ້າພາບ ຈັດຂຶ້ນຜ່ານທາງວິດີໂອ. ບຸກຄົນສຳຄັນທາງການເມືອງ ແລະພັກການເມືອງປະເທດອາຊີຕາເວັນອອກສຽງໃຕ້ແລະອາຊີໃຕ້ໄດ້ໃຫ້ການສະໜັບສະໜູນແລະຄວາມຄອງຄອຍທີ່ມີຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງ ແລະເຊື່ອໝັ້ນວ່າ: ຈີນຈະຈັດງານກິລາໂອລິມປິກທີ່ກະທັດຫັດ, ປອດໄພ ແລະໜ້າຊົມໃຫ້ກັບໂລກ.

ທ່ານຊີວຟຸກຊັນ ເລຂາທິການໃຫຍ່ພັກຍຸດຕິທຳປະຊາຊົນມນາເລເຊຍ, ປະທານສະມາຄົມການຄ້າ-ການລົງທຶນສວນແຟດມາເລເຊຍ-ຈີນກ່າວວ່າ: “ສຳລັບວຽກງານຮັບມືກັບສະພາບພະຍາດໂຄວິດ-19 ທີ່ໜັກໜ່ວງ, ຈີນເຮັດໄດ້ດີຫຼາຍໃນການປ້ອງກັນແລະຄວບຄຸມພະຍາດ, ວຽກງານດັ່ງກ່າວເຮັດໄດ້ດີປານນີ້ ກໍຈະເຮັດໃຫ້ນັກກິລາແລະແຂກຜູ້ມີກຽດຈາກປະເທດອື່ນໆທີ່ມາເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງມີຄວາມປອດໄພ.”

ທ່ານກາເນສ ປຣາຊາດ ຕິມິວຊິນາ ປະທານສະພາແຫ່ງຊາດເນປານ, ຜູ້ນຳພັກກອມມູນິດເນປານໄດ້ກ່າວຄຳປາໄສໃນກອງປະຊຸມ ໂດຍໄດ້ຍ້ອງຍໍແນວຄວາມຄິດການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕາມທິດສີຂຽວ ແລະເຫັນວ່າ: ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາໃນການຈັດງານກິລາໂອລິມປິກ.

ກ່ຽວກັບການກະທຳຂອງບາງປະເທດທີ່ຫັນບັນຫາກິລາເປັນບັນຫາການເມືອງ, ທ່ານມຸຊາຮີ ປະທານຄະນະກຳມະການປ້ອງກັນປະເທດຂອງສະພາສຽງປາກີສະຖານໄດ້ສະແດງການຄັດຄ້ານຢ່າງເດັດດ່ຽວ, ທ່ານກ່າວວ່າ: ນີ້ບໍ່ແມ່ນຫາງສຽງຕົ້ນຕໍຂອງປະຊາຄົມໂລກ.

ທ່ານອານັນດາ ປອກຄາເຣນ ກຳມະການກົມການເມືອງສູນກາງພັກກອມມູນິດເນປານກ່າວວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງຈະເສີ່ມຂະຫຍາຍບົດບາດທີ່ຕັ້ງໜ້າໃນການເພີ່ມທະວີຄວາມສາມັກຄີ ແລະ ລົງເລິກການສ້າງມິດຕະພາບໃຫ້ກັບປະຊາຄົມໂລກ, ແມ່ນເວທີສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.