ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງໂອາ​ກາດ​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ເທດ​ອາ​ຊຽນໄດ້​ຢ່າງກວ້າງ​ຂວາງ

CRI, January 26, 2022
Size:

ທາງລົດໄຟລາວ-ຈີນໄດ້ສ້າງໂອາກາດການພັດທະນາໃຫ້ແກ່ປະເທດອາຊຽນໄດ້ຢ່າງກວ້າງຂວາງ_fororder_2022-01-24_170437

ຫວ່າງມໍ່ໆມານີ້, ດ່ານພາສີຄຸນໝີງໄດ້ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ການຂົນສົ່ງສິນຄ້າສາກົນໄດ້ພັດທະນາຢ່າງວ່ອງໄວ. ມາຮອດວັນທີ 17 ມັງກອນນີ້, ດ່ານພາສີຄຸນໝີງໄດ້ກວດກາ ແລະອະນາຍາດໃຫ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນແລ່ນຕາມທາງລົດໄຟລາວ-ຈີນຈຳນວນ 153 ຖ້ຽວ, ມີສິນຄ້າລວມທັງໝົດ 59.500 ໂຕນ, ມີມູນຄ່າ 1 ຕື້ຢວນ. ເຄືອຂ່າຍຂົນສົ່ງຂອງທາງລົດໄຟລາວ-ຈີນໄດ້ກວມເອົາ 9 ແຂວງ ແລະ 15 ກຳແພງນະຄອນຢູ່ຈີນ ແລະ 10 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” .

ຕາມຂ່າວແຈ້ງວ່າ: ເພື່ອຕອບສະໜອງຕາມຄວາມຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບຫຼາຍຂຶ້ນ, ບໍລິສັດທາງລົດໄຟລາວ-ຈີນ ທີ່ຮັບຜິດຊອບການປະຕິບັດງານຢູ່ຕາມທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ຕົກລົງເປີດບໍລິການການຂົນສົ່ງສິນຄ້າຈາກສະຖານີວັງວຽງຢ່າງເປັນທາງການໃນວັນທີ 13 ມັງກອນຜ່ານມານີ້. ມາຮອດປັດຈຸບັນ, ຢູ່ຕາມທາງລົດໄຟລາວ-ຈີນຕອນຢູ່ປະເທດລາວໄດ້ເປີດບໍລິການການຂົນສົ່ງສິນຄ້າຈາກ 3 ສະຖານີແລ້ວ ຄື: ສະຖານີວຽງຈັນໃຕ້, ສະຖານີວັງວຽງ ແລະ ສະຖານີນາເຕີຍ ເຊິ່ງໄດ້ຂົນສົ່ງສິນຄ້າທັງໝົດຫຼາຍກວ່າ 7 ໝື່ນໂຕນ.

ພາຍຫຼັງທາງລົດໄຟລາວ-ຈີນເປີດການນຳໃຊ້ແລ້ວ, ບໍ່ພຽງແຕ່ເຮັດໃຫ້ປະເທດລາວກ້າວເຂົ້າສູ່ຍຸກແຫ່ງການຂົນສົ່ງດ້ວຍທາງລົດໄຟເທົ່ານັ້ນ, ຍ້ອນວ່າທາງລົດໄຟລາວ-ຈີນເປັນທາງລົດໄຟຕົ້ນຕໍຂອງທາງລົດໄຟອາຊີ, ສະນັ້ນມັນໄດ້ສ້າງຊ່ອງທາງໃໝ່ດ້ານການຈໍລະຈອນສິນຄ້າຂ້າມຊາດລະຫວ່າງຈີນກັບອາຊຽນ, ສະນັ້ນ, ປະເທດໄທແລະກຳປູເຈຍທີ່ມີຊາຍແດນຕິດກັບປະເທດລາວກໍເຕັມໄປດ້ວຍຄວາມຫວັງກ່ຽວກັບຕໍ່ເລື່ອງນີ້.

ໜັງສືພິມບາງກອກພົສລາຍງານໃນວັນທີ 14 ມັງກອນນີ້ວ່າ: ຄະນະລັດຖະບານໄທໄດ້ອອກມີຄຳສັ່ງໃຫ້ກົມທາງລົດໄຟແຫ່ງຊາດໄທອອກແບບແລະສ້າງຂົວແຫ່ງທີ 2 ໜອງຄາຍ-ວຽງຈັນໂດຍໄວ, ເພື່ອເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ.

ຫວ່າງມໍ່ໆມານີ້, ທ່ານອະລົງກອນ ພົນລະບຸດ ທີ່ປຶກສາລັດຖະມົນຕີວ່າການກະຊວງກະເສດແລະສະຫະກອນໄທໄດ້ເປີດເຜີຍວ່າ: ລົດໄຟຂະບວນໜຶ່ງທີ່ເຕັມໄປດ້ວຍເຂົ້າສານຂອງໄທຈະອອກເດີນທາງຈາກສະຖານີລົດໄຟວຽງຈັນໃຕ້ໃນວັນທີ 26 ມັງກອນນີ້, ແລະຈະສົ່ງໄປເຖິງສະຖານີລົດໄຟບໍ່ຫານແຂວງຢຸນນານປະເທດຈີນໂດຍຜ່ານທາງລົດໄຟລາວ-ຈີນ, ຈາກນັ້ນຈະສົ່ງໄປເຖິງນະຄອນຈຸ່ງກິ້ງປະເທດຈີນ. ນີ້ເປັນຄັ້ງທຳອິດທີ່ປະເທດໄທໄດ້ຂົນສົ່ງຜະລິດຕະພັນກະສິກຳໄປປະເທດຈີນໂດຍຜ່ານທາງລົດໄຟລາວ-ຈີນພາຍຫຼັງທາງລົດໄຟລາວ-ຈີນເປີດນຳໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ.

ພາຍຫຼັງທາງລົດໄຟລາວ-ຈີນເປີດການນຳໃຊ້ແລ້ວ, ຕູ້ຄອນເທນເນີຫຼາຍຕູ້ຈາກປະເທດຈີນທີ່ບັນທຸກເຄື່ອງຕ່າງໆເຊັ່ນແຜ່ນແພ, ໜັງຜະລິດເກີບແລະອື່ນໆ, ໄດ້ແລ່ນຜ່ານນະຄອນຫຼວງວຽງຈັນຂອງປະເທດລາວຕາມທາງລົດໄຟລາວ-ຈີນແລ້ວສົ່ງເຂົ້າໄປປະເທດໄທແລະກຳປູເຈຍ.

ສະມາຄົມຜະລິດເຄື່ອງນຸ່ງກຳປູເຈຍເຫັນວ່າ: ທາງລົດໄຟລາວ-ຈີນໄດ້ສ້າງໂອກາດພັດທະນາໃຫ້ແກ່ອຸດສາຫະກຳຂອງຫຼາຍປະເທດທີ່ລຽບຕາມທາງລົດໄຟລາວ-ຈີນລວມທັງກຳປູເຈຍ, ແລະໄດ້ເພີ່ມກຳລັງແຮງດ້ານການຈໍລະຈອນສິນຄ້າລະຫວ່າງຈີນກັບກຳປູເຈຍໃຫ້ເຕີບໂຕ.

ແຕ່ວ່າ, ຂ່າວລືຫຼອກລວງຕ່າງໆກ່ຽວກັບປະເທດຈີນ “ພວມກືນເອົາທົ່ວໂລກ” ແບບງຽບໆ, ປະເທດລາວໄດ້ຕົກເຂົ້າສູ່ “ກັບດັກໜີ້ສິນ” ທີ່ເປັນຕາຢ້ານເຊິ່ງບໍ່ເຄີຍເກີດຂຶ້ນຈັກເທື່ອ. ແຕ່ວ່າຄວາມເວົ້າເຫຼົ່ານັ້ນບໍ່ແມ່ນຄວາມຈິງແລະບໍ່ໜ້າເຊື່ອຖື, ກໍຍ້ອນວ່າຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງໂອກາດການພັດທະນາໃຫ້ແກ່ຫຼາຍປະເທດ. ຖ້າວ່າບາງປະເທດຕາເວັນຕົກຮູ້ສຶກອິດສາບໍ່ໝັ້ນທ່ຽງ, ເຂົາເຈົ້າຄວນສະໜອງສິ່ງຕ່າງໆທີ່ເປັນປະໂຫຍດໃຫ້ເທົ່າກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແກ່ປະເທດທີ່ກ່ຽວຂ້ອງ, ຫາກບໍ່ແມ່ນພຽງແຕ່ເວົ້າເນັ້ນເວົ້ານີ້ໃຫ້ປະເທດອື່ນຊື່ໆ, ແຕ່ບໍ່ມີຫຍັງເຫັນເປັນດົນເປັນໂຕ.

ກໍຄືກັບບົດຄວາມທີ່ເວັບໄຊສັງເກດການຕາເວັນອອກໃໝ່ຂອງຣັດເຊຍໄດ້ເປີດເຜີຍໃນເມື່ອບໍ່ດົນມານີ້ທີ່ພາດຫົວຂໍ້ວ່າ: “ໜຶ່ງແລວໜຶ່ງເສັ້ນທາງ: ສັງເກດເຫັນສາເຫດຂອງຜົນສຳເລັດໃນທົ່ວໂລກໂດຍຖືເອົາປະເທດລາວເປັນແບບຢ່າງ” ບົດຄວາມໄດ້ລະບຸວ່າ: ທາງລົດໄຟລາວ-ຈີນສາຍນີ້ມີຄວາມສຳຄັນທີ່ສຸດຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຍ້ອນວ່າພາຍຫຼັງທາງລົດໄຟດັ່ງກ່າວສ້າງສຳເລັດແລ້ວຍັງສາມາດເຊື່ອມຈອດກັບປະເທດອື່ນໆຢູ່ແຫຼມອິນດູຈີນໄດ້. ປັດຈຸບັນ, ທາງລົດໄຟລາວ-ຈີນພວມກາຍເປັນ “ເຄື່ອງຈັກເລັ່ງຊຸກຍູ້” ໃຫ້ພາກພື້ນເຊື່ອມຈອດກັນແລະເປັນ “ເຄື່ອງຈັກໃໝ່ອ່ຽມ” ດ້ານການຮ່ວມມືເສດຖະກິດ, ເຊິ່ງໄດ້ສ້າງເສັ້ນທາງການພັດທະນາໃຫ້ກັບປະເທດໃນພາກພື້ນອາຊຽນໄດ້ຢ່າງກວ້າງຂວາງ.