ຈັງ​ຫວະ​ການ​ເຕີ​ບ​ໂຕ​ດ້າ​ນ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ໄທ​ໃນ​ປີ 2021 ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ 11 ປີ​ຜ່ານ​ມາ

CRI, January 25, 2022
Size:

ຈັງຫວະການເຕີບໂຕດ້ານມູນຄ່າຂາເຂົ້າຂາອອກຂອງໄທໃນປີ 2021 ໄດ້ສ້າງສະຖິຕິສູງສຸດໃນ 11 ປີຜ່ານມາ_fororder_0b46f21fbe096b636a736b4ae9df424deaf8acbc

ຕົວເລກທີ່ກະຊວງການຄ້າໄທເປີດເຜີຍໃນວັນທີ 21 ມັງກອນນີ້ສະແດງໃຫ້ເຫັນວ່າ, ຍອດມູນຄ່າຂາເຂົ້າຂາອອກຂອງໄທໃນປີ 2021 ໄດ້ບັນລຸເຖິງ 538 ຕື້ 770 ລ້ານໂດລາສະຫະລັດ, ໄດ້ເພີ່ມຂຶ້ນ 23,1% ເມື່ອທຽບໃສ່ປີ 2020. ໃນນັ້ນ, ມູນຄ່ານຳເຂົ້າໄດ້ເພີ່ມຂຶ້ນ 29,8%, ມູນຄ່າສົ່ງອອກໄດ້ເພີ່ມຂຶ້ນ 17,1%, ລ້ວນແຕ່ໄດ້ສ້າງສະຖິຕິສູງສຸດນັບແຕ່ປີ 2011 ເປັນຕົ້ນມາ.

ໃນກອງປະຊຸມທາງວິດີໂອທີ່ຈັດຂຶ້ນໃນວັນທີ 21 ມັງກອນນີ້, ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຄ້າໄທກ່າວວ່າ: ລັດຖະບານແລະພາກສ່ວນເອກະຊົນໄດ້ຮ່ວມມືກັນ, ເສດຖະກິດຂອງຄູ່ການຄ້າສຳຄັນຟື້ນຕົວຄືນໃໝ່, ອຸດສາຫະກຳການຜະລິດໃນທົ່ວໂລກໄດ້ຂະຫຍາຍຕົວແລະອື່ນໆແມ່ນປັດໄຈສຳຄັນທີ່ເຮັດໃຫ້ການຄ້າຂາເຂົ້າຂາອອກຂອງໄທເພີ່ມຂຶ້ນຢ່າງວ່ອງໄວ.

ປີ 2021, ຈີນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງໄທ, ຂະນະທີ່ຍີ່ປຸ່ນເປັນຄູ່ການຄ້າໃຫຍ່ອັນດັບທີສອງ, ແລະທີສາມແມ່ນອາເມຣິກາ.