RCEP ຈະ​ມີ​ຜົນສັກ​ສິດ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ມາ​ເລ​ເຊຍ​ນັບ​ແຕ່​ວັນ​ທີ 18 ມີ​ນາເປັນ​ຕົ້ນ​ໄປ

CRI, January 25, 2022
Size:

RCEP ຈະມີຜົນສັກສິດຢ່າງເປັນທາງການສຳລັບມາເລເຊຍນັບແຕ່ວັນທີ 18 ມີນາເປັນຕົ້ນໄປ_fororder_src=http___oneroadarticle.oss-cn-shenzhen.aliyuncs.com_uploadfile_allimg_20201119_10b2e4d8d137bae670aa05fb7102ac8b.png&refer=http___oneroadarticle.oss-cn-shenzhen.aliyuncs

ວັນທີ 21 ມັງກອນນີ້, ກະຊວງອຸດສາຫະກຳແລະການຄ້າສາກົນມາເລເຊຍໄດ້ປະກາດວ່າ: ມາເລເຊຍໄດ້ຍື່ນໜັງສືຮັບຮອງສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໃຫ້ກອງເລຂາອາຊຽນຢ່າງເປັນທາງການແລ້ວໃນວັນທີ 17 ມັງກອນນີ້.

ໃນ RCEP ໄດ້ລະບຸໄວ້ວ່າ:  RCEP ຈະມີຜົນສັກສິດຫຼັງຈາກໄດ້ຍື່ນໜັງສືຮັບຮອງ 60 ວັນ. ກະຊວງອຸດສາຫະກຳແລະການຄ້າມາເລເຊຍກ່າວວ່າ: RCEP ຈະມີຜົນສັກສິດສຳລັບປະເທດມາເລເຊຍເລີ່ມແຕ່ວັນທີ 18 ມີນາໜ້ານີ້ເປັນຕົ້ນໄປ, ເຊິ່ງຈະເປັນການເພີ່ມພະລັງຊຸກດັນທີ່ສຳຄັນໃຫ້ແກ່ການພັດທະນາເສດຖະກິດຂອງມາເລເຊຍ, ແລະກໍເປັນການເສີມສ້າງລະບົບການຄ້າຫຼາຍຝ່າຍເຊັ່ນກັນ.

ກະຊວງອຸດສາຫະກຳແລະການຄ້າສາກົນມາເລເຊຍຄາດວ່າ: ມາເລເຊຍຈະກາຍເປັນປະເທດທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດໃນດ້ານການສົ່ງອອກສິນຄ້າຈາກ RCEP ໃນບັນດາປະເທດສະມາຊິກອາຊຽນ, ນອກນັ້ນ, ຜູ້ໃຫ້ບໍລິການຕ່າງໆລວມທັງຜູ້ໃຫ້ບໍລິການດ້ານການຄ້າເອເລັກໂຕຼນິກກໍຈະສາມາດຂະຫຍາຍຕະຫຼາດໃຫ້ກວ້າງຂວາງກວ່າເກົ່າ.