ຈີນ ແລະອາຊີຕາເວັນອອກສຽງໃຕ້ເຄື່ອນໄຫວປະຕິບັດກົດໝາຍປາບປາມຢາເສບຕິດ 26 ຄັ້ງປີກາຍນີ້

CRI, January 24, 2022
Size:

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງປ້ອງກັນຄວາມສະຫງົບຈີນທີ່ຈັດຂຶ້ນໃນວັນທີ 19 ມັງກອນນີ້, ທ່ານມິນທ່ຽນສື, ຮອງຫົວໜ້າຫ້ອງການປາບປາມຢາເສບຕິດແຫ່ງຊາດຈີນກ່າວວ່າ: ໃນປີ 2021, ກະຊວງປ້ອງກັນຄວາມສະຫງົບຈີນໄດ້ເພີ່ມທະວີການຮ່ວມມືດ້ານການປາບປາມຢາເສບຕິດກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ ໂດຍໄດ້ປະຕິບັດຍຸດທະສາດປາບປາມຢາເສບຕິດ “ກຳຈັດແຫຼ່ງກຳເນີດ ແລະຕັດເຄືອຂ່າຍຈໍລະຈອນ”ຢ່າງຮອບດ້ານ, ໄດ້ຊຸກຍູ້ການເຄື່ອນໄຫວໃນຫົວຂໍ້ “ກວດລ້າງຢາເສບຕິດຢູ່ເຂດຊາຍແດນ2021” ເຊິ່ງໄດ້ຮັບຜົນສຳເລັດອັນພົ້ນເດັ່ນ.

ໃນປີ 2021, ຈີນໄດ້ຈັດການພົບປະ ແລະເຈລະຈາກັບມຽນມາ, ລາວ, ຫວຽດນາມ, ໄທ ແລະປະເທດອື່ນໆ 33 ຄັ້ງ, ຮ່ວມກັນດຳເນີນການເຄື່ອນໄຫວປະຕິບັດກົດໝາຍປາບປາມຢາເສບຕິດ 26 ຄັ້ງ ແລະດຳເນີນການເຄື່ອນໄຫວປາບປາມຢາເສບຕິດ 6 ຄັ້ງ ໂດຍໄດ້ທັບມ້າງໂຮງງານຜະລິດຢາເສບຕິດ 4 ແຫ່ງ, ບ່ອນຊຸກເຊື່ອງຢາເສບຕິດ 5 ແຫ່ງ ແລະສາງເກັບສານຜະລິດຢາເສບຕິດ 15 ແຫ່ງ, ຈັບຜູ້ຕ້ອງຫາທັງພາຍໃນ ແລະຕ່າງປະເທດໄດ້ 162 ຄົນ, ຍຶດຢາເສບຕິດປະເພດຕ່າງໆໄດ້ 15,48 ໂຕນ, ວັດຖຸໃຊ້ໃນການຜະລິດຢາເສບຕິດ 223 ໂຕນ, ປືນ 17 ກະບອກ ແລະລູກປືນ 2.010 ນັດ.