ຍອດມູນຄ່າການຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນບັນລຸຫຼາຍກວ່າ 1 ຕື້ຢວນ

CRI, January 20, 2022
Size:

ວັນທີ 18 ມັງກອນນີ້, ດ່ານພາສີຄຸນໝີງເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ການຂົນສົ່ງສິນຄ້າສາກົນໄດ້ພັດທະນາຢ່າງວ່ອງໄວ. ມາຮອດວັນທີ 17 ມັງກອນນີ້, ດ່ານພາສີຄຸນໝີງໄດ້ກວດກາ ແລະອະນາຍາດໃຫ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນແລ່ນຕາມທາງລົດໄຟລາວ-ຈີນຈຳນວນ 153 ຖ້ຽວ, ມີສິນຄ້າລວມທັງໝົດ 59.500 ໂຕນ, ມີມູນຄ່າ 1.068.000.000 ຢວນ.

ຕາມຂ່າວລາຍງານວ່າ: ນັບແຕ່ທາງລົດໄຟລາວຈີນໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນເປັນຕົ້ນມາ, ໄດ້ຂົນສົ່ງສິນຄ້ານຳເຂົ້າ ແລະສົ່ງອອກຫຼາຍກວ່າ 100 ຊະນິດ, ໃນນັ້ນ, ສິນຄ້ານຳເຂົ້າລວມມີຢາງພາລາ, ແຮ່ເຫຼັກ, ຖ່ານດັງໄຟ ແລະອື່ນໆ, ສິນຄ້າສົ່ງອອກລວມມີຜັກສົດ, ເຄື່ອງໃຊ້ປະຈຳວັນ, ກົນຈັກ, ເຄື່ອງໄຟຟ້າ ແລະອື່ນໆ.

ດ່ານພາສີຄຸນໝີງຍັງໃຫ້ຮູ້ຕື່ມອີກວ່າ: ເຄືອຂ່າຍຂົນສົ່ງຂອງທາງລົດໄຟລາວ-ຈີນໄດ້ກວມເອົາ 9 ແຂວງ ແລະ 15 ກຳແພງນະຄອນຢູ່ຈີນ ແລະ 10 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງລວມທັງປະເທດລາວ ໄດ້ເປັນການເພີ່ມພະລັງຂັບເຄື່ອນໃຫ້ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບລາວ ກໍຄືລະຫວ່າງປະເທດຕ່າງໆທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.