ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ໄດ້?

CRI, January 20, 2022
Size:

ເຮັດແນວໃດຈຶ່ງສາມາດແກ້ໄຂການແຜ່ລະບາດຂອງພະຍາດໂຄວິດໄດ້?_fororder_0119-1

ປັດຈຸບັນນີ້, ເຊື້ອພະຍາດໂຄວິດ-19 ກາຍພັນໂອມິຄຣອນພວມແຜ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ, ຫຼາຍປະເທດໄດ້ຕົກຢູ່ໃນສະພາບການທີ່ຂ້ຽວຂາດ. ເຮັດແນວໃດຈຶ່ງສາມາດແກ້ໄຂການແຜ່ລະບາດຂອງພະຍາດໂຄວິດໄດ້? ວັນທີ 17 ມັງກອນນີ້, ໃນເວລາເຂົ້າຮ່ວມກອງປະຊຸມທາງວີດີໂອຂອງເວທີປຶກສາຫາລືເສດຖະກິດໂລກປະຈຳປີ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຊ້ຄຳປຽບທຽບອັນໜຶ່ງເພື່ອພັນລະນາສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂລກໃນປັດຈຸບັນນີ້ຄື: ຢູ່ທ່າມກາງກະແສຄື້ນແບບໜ້າຕື່ນຕົກໃຈຂອງວິກິດການທົ່ວໂລກ, ບັນດາປະເທດບໍ່ແມ່ນຢູ່ເທິງເຮືອນ້ອຍ 190 ກວ່າລຳແບບຫ່າງຈາກກັນ, ແຕ່ແມ່ນຢູ່ເທິງກຳປັ່ນໃຫຍ່ລຳດຽວກັນທີ່ມີຊາຕາກຳຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ທ່ານສີຈິ້ນຜິງຊີ້ອອກວ່າ, ຕ້ອງຮັກສາຄວາມໝັ້ນໃຈໃຫ້ໜັກແໜ້ນ, ຮ່ວມແຮງຮ່ວມໃຈກັນ, ຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງພຽງຢ່າງດຽວເພື່ອເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19. ການກະທຳທີ່ສະກັດກັ້ນກັນ ແລະ ໂຍນຄວາມຮັບຜິດຊອບໃສ່ຜູ້ອື່ນຢ່າງໄຮ້ເຫດຜົນ, ລ້ວນແຕ່ຈະກີດຂວາງວຽກງານຕ້ານກັບພະຍາດ ແລະ ສ້າງຜົນກະທົບຕໍ່ສະພາບການລວມ. ທ່ານຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນເພື່ອຕ້ານກັບພະຍາດ, ຮ່ວມກັນສ້າງແນວປ້ອງກັນພະຍາດຫຼາຍຊັ້ນ, ໂດຍສະເພາະຕ້ອງນຳໃຊ້ວັກຊີນເຊິ່ງເປັນອາວຸດທີ່ເຂັ້ມແຂງ, ຮັບປະກັນການແບ່ງປັນວັກຊີນຢ່າງຍຸຕິທຳ.

ນັບມາຮອດປັດຈຸບັນນີ້, ຈີນໄດ້ສະໜອງວັກຊີນຕ້ານໂຄວິດ-19 ຫຼາຍກວ່າ 2 ຕື້ຫຼອດໃຫ້ກັບ 120  ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ. ໃນເວລາກ່າວຄຳປາໄສໃນກອງປະຊຸມທາງວີດີໂອຂອງເວທີປຶກສາຫາລືເສດຖະກິດໂລກປະຈຳປີ 2022, ທ່ານສີຈິ້ນຜິງໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ, ຈີນຈະສະໜອງວັກຊີນອີກ 1 ຕື້ຫຼອດໃຫ້ກັບປະເທດໃນອາຟຣິກາ, ໃນນັ້ນ 600 ລ້ານຫຼອດແມ່ນການຊ່ວຍເຫຼືອລ້າ, ນອກນີ້ ຍັງຈະຊ່ວຍເຫຼືອລ້າວັກຊີນ 150 ລ້ານຫຼອດໃຫ້ກັບປະເທດສະມາຊິກອາຊຽນ.