ສະຖານີວັງວຽງຂອງທາງລົດໄຟລາວ-ຈີນເປີດບໍລິການຂົນສົ່ງສິນຄ້າແລ້ວ

CRI, January 19, 2022
Size:

ວັນທີ 13 ມັງກອນນີ້, ບໍລິສັດທາງລົດໄຟລາວ-ຈີນຈຳກັດໃຫ້ຮູ້ວ່າ: ອີງຕາມຄວາມຮຽກຮ້ອງຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບເພີ່ມຂຶ້ນ, ເພື່ອໃຫ້ການບໍລິການດ້ານການຂົນສົ່ງສິນຄ້າດີຂຶ້ນ, ສະຖານີວັງວຽງຂອງທາງລົດໄຟລາວ-ຈີນຈຶ່ງໄດ້ເລີ່ມເປີດບໍລິການຂົນສົ່ງສິນຄ້າຢ່າງເປັນທາງການນັບແຕ່ວັນທີ 13 ມັງກອນນີ້ເປັນຕົ້ນໄປ ແລະຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດຈະແລ່ນອອກຈາກສະຖານີວັງວຽງພາຍໃນອາທິດນີ້.

ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນໄລຍະເປີດບໍລິການໃນເບື້ອງຕົ້ນສຳລັບທາງລົດໄຟລາວ-ຈີນ ຈຶ່ງໄດ້ເປີດສະຖານີຂົນສົ່ງສິນຄ້າພຽງ 2 ແຫ່ງ ຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະສະຖານີຂົນສົ່ງສິນຄ້ານາເຕີຍ. ພາຍຫຼັງທີ່ເປີດບໍລິການຂົນສົ່ງສິນຄ້າຢູ່ສະຖານີວັງວຽງແລ້ວ, ທາງລົດໄຟລາວ-ຈີນກໍຈະມີຈຸດຂົນສົ່ງສິນຄ້າເພີ່ມຂຶ້ນເປັນ 3 ແຫ່ງ ຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້, ສະຖານີວັງວຽງ ແລະສະຖານີຂົນສົ່ງສິນຄ້ານາເຕີຍ.

ຕາມຂ່າວແຈ້ງວ່າ: ກ່ອນລົງທະບຽນໃຊ້ບໍລິການຂົນສົ່ງສິນຄ້າ, ເຈົ້າຂອງສິນຄ້າຕ້ອງເຊັນສັນຍາທີ່ກ່ຽວຂ້ອງກັບບໍລິສັດທາງລົດໄຟລາວ-ຈີນ, ໂອນເງິນມັດຈຳ ແລະຈ່າຍເງິນລ່ວງໜ້າເຂົ້າບັນຊີທີ່ກຳນົດໄວ້, ຫຼັງຈາກໄດ້ຮັບເງິນມັດຈຳ ແລະເງິນຈ່າຍລ່ວງໜ້າ ແລ້ວ, ທ່ານກໍສາມາດໄປສະຖານີຂົນສົ່ງສິນຄ້າເພື່ອຮັບຕູ້ສິນຄ້າ, ຫຼັງຈາກຕູ້ຄອນເທນເນີບັນຈຸສິນຄ້າຮຽບຮ້ອຍແລ້ວ ແລະໄດ້ສຳເລັດຂັ້ນຕອນການຜ່ານດ່ານພາສີແລ້ວ, ກໍຈະສາມາດສົ່ງອອກໄດ້.