ກອງປະຊຸມເນັດໄອໂດຈີນ-ອາຊຽນຄັ້ງທຳອິດແລະກິດຈະກຳ “ເຄື່ອນໄຫວຕາມເສັ້ນທາງສາຍໄໝທາງທະເລ” ທີ່ຈັດຂຶ້ນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນໄດ້ອັດລົງຢ່າງຈົບງາມໃນວັນທີ 13 ມັງກອນນີ້.
ໃນກິດຈະກຳທີ່ດຳເນີນເປັນເວລາສາມວັນ, ເຈົ້າໜ້າທີ່ການທູດຂອງປະເທດອາຊຽນປະຈຳຈີນຫຼາຍທ່ານ, ຜູ້ຕາງໜ້າສື່ມວນຊົນ, ບຸກຄົນທີ່ເປັນເນັດໄອໂດຂອງຈີນແລະຜູ້ຕາງໜ້າເນັດໄອໂດຂອງອາຊຽນ ໄດ້ຊອກຮູ້ຕົວຈິງກ່ຽວກັບປະສົບການດ້ານການພັດທະນາອຸດສາຫະກຳດິຈີຕອນຂອງນະຄອນຟູໂຈ່ວແຂວງຟູຈ້ຽນ ໂດຍຜ່ານຮູບການທັດສະນະຢ້ຽມຢາມແລະແລກປ່ຽນກັນທາງອອນລາຍແລະອອຟລາຍແລະສື່ສັງຄົມອອນລາຍ, ທັງໄດ້ຢ້ຽມຢາມແລະສຳຜັດກັບວັດທະນະທຳທີ່ມີເອກະລັກພິເສດຂອງແຂວງຟູຈ້ຽນ. ກິດຈະກຳຄັ້ງນີ້ຍັງໄດ້ສຸມໃສ່ການຮ່ວມມືດ້ານເສດຖະກິດການຄ້າ ແລະການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ອາຊຽນ, ພ້ອມທັງໄດ້ດຳເນີນກິດຈະກຳເພື່ອສົ່ງເສີມໂຄງການຕ່າງໆ.