ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ມ​າດ​ຕະ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ລາວ​ໄປ​ຈີນ​ໃນ​ປີ 2022 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ

CRI, January 18, 2022
Size:

ກອງປະຊຸມສຳມະນາກ່ຽວກັບມາດຕະການສົ່ງອອກຜະລິດຕະພັນກະເສດຂອງລາວໄປຈີນໃນປີ 2022 ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ_fororder_2022-01-17_154247

ວັນທີ 14 ມັງກອນນີ້, ກອງປະຊຸມສຳມະນາກ່ຽວກັບມາດຕະການການສົ່ງອອກຜະລິດຕະພັນກະສິກຳຂອງລາວໄປຈີນໃນປີ 2022 ທີ່ສະພາການຄ້າກວາງຊີລາວເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໂດຍຜ່ານທາງວິດີໂອ, ຜູ້ຕາງໜ້າ 60 ກວ່າທ່ານຈາກສະຖານທູດຈີນປະຈຳລາວ, ກົມພາສີກະຊວງການເງິນ, ກະຊວງກະສິກຳແລະປ່າໄມ້, ກະຊວງອຸດສາຫະກຳການຄ້າແລະພາກສ່ວນອື່ນໆຂອງລາວໄດ້ເຂົ້າຮ່ວມ, ເພື່ອປຶກສາຫາລືການພັດທະນາກະສິກຳຂອງລາວແລະຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງ.

ຮອງຫົວໜ້າກົມພາສີຂອງລາວກ່າວວ່າ: ພາກສ່ວນຕ່າງໆຂອງລາວລ້ວນແຕ່ເອົາໃຈໃສ່ຢ່າງສູງຕໍ່ວຽກງານການສົ່ງອອກຜະລິດຕະພັນກະສິກຳລາວໄປຈີນ. ພາຍໃຕ້ເງື່ອນໄຂການປະຕິບັດມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລາວຢ່າງເຂັ້ມງວດ, ພາກສ່ວນຕ່າງໆຂອງລາວຈະເຮັດໃຫ້ລະບຽບການຜ່ານດ່ານຂອງຜະລິດຕະພັນກະສິກຳລາວກະທັດຮັດກວ່າເກົ່າ, ເພື່ອຫຼຸດລົງເວລາຜ່ານດ່ານແລະຫຼຸດຕົ້ນທຶນການຜ່ານດ່ານລົງ.

ຍ້ອນໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການສົ່ງອອກຜະລິດຕະພັນກະສິກຳຂອງລາວໄດ້ຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ການຈັດກອງປະຊຸມສຳມະນາຄັ້ງນີ້, ໄດ້ເປັນເວທີແລກປ່ຽນລະຫວ່າງຝ່າຍລາວກັບນັກລົງທຶນຈີນທີ່ໄປລົງທຶນດ້ານກະສິກຳຢູ່ປະເທດລາວໃຫ້ສາມາດພົ້ນຈາກສະພາບຄວາມຫຍຸ້ງຍາກແລະຮ່ວມກັນຊອກຫາທາງອອກ.