ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໄປທັດສະນະສຶກສາກ່ຽວກັບການພັດທະນາການທ່ອງທ່ຽວຢູ່ເຂດພູເສເຟິ່ງ

lmcchina.org, January 17, 2022
Size:

ວັນທີ 6 ມັງກອນທີ່ຜ່ານມາ, ພາຍຫຼັງໄດ້ເຂົ້າຮ່ວມພິທີເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນເສັ້ນທາງລົດໄຟ ຈີນ-ລາວ (ນະຄອນຮວຍຮົ້ວ-ນະຄອນຫຼວງວຽງຈັນ), ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໄດ້ເດີນທາງມາຮອດເມືອງຊູ້ຜູ ເພື່ອທັດສະນະສຶກສາກ່ຽວກັບການພັດທະນາການທ່ອງທ່ຽວຂອງເຂດພູເສເຟິ່ງ.

ຄະນະຜູ້ແທນທີ່ນຳໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວຫຼາຍແຫ່ງ ເຊໍັ່ນ: ເຮືອນພັກແບບກຸ່ມບ້ານເຜົ່າຢ້າວເຟີ່ງສ່ຽງ ທີ່ມີຊື່ສຽງໂດ່ງດັງຜ່ານທາງອິນເຕີເນັດ, ສະນໍ້າສວຍງາມແບບເມືອງສະຫວັນ ທີ່ຢູ່ໃນເຂດປ່າໄມ້ສີຂຽວ, ເຢັ້ນເອີເຈ້ທີ່ເປັນກຸ່ມບ້ານເກົ່າແກ່ທີ່ຢູ່ພູສູງເໝືອນຢູ່ເທິງຟ້າ, ຖະໜົນທີ່ມີເອກະລັກສະເພາະຂອງເຜົ່າຢ້າວລາຍ ແລະ ງານຕະຫຼາດນັດມໍລະດົກທີ່ບໍ່ແມ່ນວັດຖຸ ເປັນຕົ້ນ, ທັງໄດ້ຊິມເຫຼົ້າເຂົ້າທີ່ໝັກດ້ວຍວິທີພື້ນເມືອງ ແລະ ເຕົ້າຮວຍທີ່ເຮັດດ້ວຍວິທີການປຸງແຕ່ງແບບດັ້ງເດີມຢູ່ແຫຼ່ງທ່ອງທ່ຽວດັ່ງກ່່າວ.

ໃນເວລາຢ້ຽມຊົມ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງຕໍ່ມາດຕະການລຶບລ້າງຄວາມທຸກຍາກຢ່າງຖືກເປົ້າໝາຍ ແລະ ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຂອງເມືອງດັ່ງກ່າວໂດຍຜ່ານການພັດທະນາການທ່ອງທ່ຽວຢູ່ເຂດພູເສເຟິ່ງ. ເພິ່ນໄດ້ກ່າວວ່າ ປະເທດລາວ ແລະ ປະເທດຈີນເປັນບ້ານໃກ້ເຮືອນຄຽງ ທີ່ມີໄມຕີຈິດມິດຕະພາບອັນດູດດື່ມ ແລະ ເປັນປະເທດທີ່ມີສາຍພູສາຍນ້ຳຕິດຈອດກັນ. ຢູ່ປະເທດລາວ ມີຫຼາຍເຂດແຄວ້ນທີ່ມີພູມີສາດ, ພູມສັນຖານ ແລະ ທິວທັດທຳມະຊາດຄ້າຍຄືກັບເຂດພູເສເຟິ່ງ, ເຜົ່າຢ້າວລາຍຢູ່ເຂດພູເສເຟິ່ງ ກັບ ເຜົ່າຢ້າວຢູ່ເຂດພູພາກເໜືອລາວມີການພົວພັນແບບຮ່ວມວົງຄະນະຍາດ ແລະ ມີວັດທະນະທຳຄ້າຍຄືກັນ. ສະຖານທູດ ສປປ ລາວ ປະຈຳ ສປ ຈີນ ແລະ ສະຖານກົງສຸນໃຫຍ່ ສປປ ລາວ ປະຈຳ ນະຄອນ ສາງຊ່າ ສປ ຈີນ ຍິນດີດໍາເນີນການຮ່ວມມືຖານໄມຕີຈິດເພື່ອນຳເອົາຮູບແບບທີ່ດີ ແລະ ບົດຮຽນທີ່ດີໃນການລຶບລ້າງຄວາມທຸກຍາກ ແລະ ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງໂດຍຜ່ານການພັດທະນາການທ່ອງທ່ຽວຢູ່ພູເສເຟິ່ງຂອງເມືອງຊູ້ຜູ  ໄປຍັງເຂດພູດອຍຢູ່ພາກເໜືອຂອງປະເທດລາວ ແລະ ຊຸກຍູ້ການພັດທະນາຮ່ວມກັນ ໃນວຽກງານການພັດທະນາການທ່ອງທ່ຽວເພື່ອສ້າງບ້ານຊົນນະບົດໃຫ້ມີຄວາມຈະເລີນຮຸ່ງເຮືອງ.