ບຸກຄົນໃນວົງການການຄ້າລາວ: RCEP ຈະນຳເອົາກາລະໂອກາດແຫ່ງການພັດທະນາອັນໃຫຍ່ຫຼວງມາສູ່ການພັດທະນາເສດຖະກິດຂອງບັນດາປະເທດໃນພາກພື້ນ

lmcchina.org, January 17, 2022
Size:

ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວໃນເວລາໃຫ້ສຳພາດພິເສດຕໍ່ນັກຂ່າວຈາກສໍານັກຂ່າວສານຊິງຮວາທີ່ປະຈໍານະຄອນຫຼວງວຽງຈັນ ໃນຫວ່າງບໍ່ດົນມານີ້ ວ່າ: RCEP (ອາເຊັບ) ກໍຄື ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ທີ່ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນນີ້ ຈະນຳເອົາກາລະໂອກາດແຫ່ງການພັດທະນາອັນໃຫຍ່ຫຼວງມາສູ່ການພັດທະນາເສດຖະກິດຂອງບັນດາປະເທດໃນພາກພື້ນ.

ທ່ານ ດາວວອນ ໄດ້ກ່າວວ່າ ອາເຊັບສາມາດຫຼຸດຜ່ອນຕົ້ນທຶນການຄ້າ ແລະ ການຂົນສົ່ງພາຍໃນພາກພື້ນ, ສ້າງໂອກາດສໍາລັບການປະກອບອາຊີບຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນພາຍໃນພາກພື້ນ, ທັງຈະຊຸກຍູ້ການພັດທະນາທາງດ້ານເສດຖະກິດຂອງປະເທດລາວ. ເສດຖະກິດຂອງປະເທດລາວມີທ່າແຮງພົ້ນເດັ່ນທາງດ້ານເສດຖະກິດການທ່ອງທ່ຽວແລະດ້ານການຄ້າສົ່ງອອກ, ເຊັ່ນການສົ່ງອອກແຮ່ທາດ, ຜົນຜະລິດກະສິກຳ ແລະ ສິນຄ້າອື່ນໆ, ເຊິ່ງຕ້ອງການໃຫ້ບັນດາປັດໄຈເສດຖະກິດພາຍໃນພາກພື້ນມີການໄຫຼວຽນຢ່າງເສລີກວ່າເກົ່າ, ແລ້ວອາເຊັບໄດ້ສະໜອງກາລະໂອກາດໃຫ້ແກ່ປະເທດລາວ ທັງໃນດ້ານການໄປມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນ ແລະ ດ້ານການຄ້າຂາຍ.

ທ່ານຍັງໄດ້ກ່າວວ່າ ພາຍຫຼັງອາເຊັບເລີ່ມນໍາໃຊ້ແລ້ວ, ການສົ່ງອອກຜົນຜະລິດກະສິກຳຂອງປະເທດລາວຈະມີຕະຫຼາດໃຫຍ່ກວ່າເກົ່າ ແລະ ປະຊາຊົນລາວທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ກໍຈະມີຄວາມສະດວກຂຶ້ນຫຼາຍ. ທ່ານໄດ້ກ່າວເນັ້ນວ່າ ອາເຊັບຈະເຮັດໃຫ້ສາຍພົວພັນ ລະຫວ່າງ ປະເທດລາວກັບປະເທດຈີນແໜ້ນແຟ້ນກວ່າເກົ່າ, ເຊິ່ງຈະຊຸກຍູ້ເສດຖະກິດຂອງປະເທດລາວຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ.

ວັນທີ 3 ທັນວາ 2021, ທາງລົດໄຟ ຈີນ-ລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ທ່ານ ດາວວອນ ເຫັນວ່າ ບໍລິມາດຊື້ຂາຍສິນຄ້າລະຫວ່າງບັນດາປະເທດພາຍໃນພາກພື້ນອາເຊັບຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບໍລິມາດການຂົນສົ່ງສິນຄ້າຜ່ານທາງລົດໄຟ ຈີນ-ລາວ ກໍຈະເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ. ບົດບາດຂອງອາເຊັບ ບວກກັບ ບົດບາດຂອງທາງລົດໄຟ ຈີນ-ລາວ ຈະສາມາດຊ່ວຍຫຼຸດຜ່ອນຕົ້ນທຶນການຊື້ຂາຍສິນຄ້າໄດ້ຢ່າງມີປະສິດທິຜົນ.

ຄຽງຄູ່ກັບການດຳເນີນງານຂອງທາງລົດໄຟ ຈີນ-ລາວ, ປະເທດລາວໄດ້ກາຍເປັນຂອດສຳຄັນຂອງການຄົມມະນາຄົມໃນພາກພື້ນ, ເຊິ່ງຈະຊຸກຍູ້ການພັດທະນາທາງດ້ານເສດຖະກິດຂອງລາວໄດ້ຢ່າງແຂງແຮງ. ທ່ານກ່າວວ່າ ໃນອະນາຄົດ, ການສົ່ງອອກຂອງລາວຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ທັງຈະມີນັກລົງທຶນຕ່າງປະເທດຫຼາຍກວ່າເກົ່າ ມາດຳເນີນທຸລະກິດຢູ່ລາວ. “ສິ່ງດັ່ງກ່າວຈະສ້າງໂອກາດໃຫ້ແກ່ນັກທຸລະກິດ ແລະ ຈະເປັນການຊ່ວຍຂະຫຍາຍຂະໜາດທຸລະກິດ, ການດຳເນີນທຸລະກິດຈະນັບມື້ນັບດີຂຶ້ນໃນອະນາຄົດ.”

ທ່ານ ດາວວອນ ຖືວ່າ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ທາງດ່ວນ ແລະ ທາງລົດໄຟຢູ່ປະເທດລາວໄດ້ຮັບການພັດທະນາຢ່າງວ່ອງໄວ, ເຊິ່ງໄດ້ກາຍເປັນສັນຍະລັກທີ່ປະເທດລາວຮັບການພັດທະນາດີຂຶ້ນເລື້ອຍໆ.  “ຂ້າພະເຈົ້າເຫັນວ່າ ການພັດທະນາທາງດ້ານເສດຖະກິດຢູ່ອາຊີກໍຈະດີຂຶ້ນເລື້ອຍໆຢ່າງແນ່ນອນ.”