ມຽນ​ມາ​ໄດ້​ພົບ​ເຫັນ​ເທື່ອ​ທຳ​ອິດ​ວ່າ ​ເຊື້ອ​ໂອ​ມິ​ຄ​ຣອນໄດ້​ແຜ່​ລະ​ບາດ​ຢູ່​ປະ​ເທດ​ຕົນ

CRI, January 17, 2022
Size:

图片默认标题_fororder_257893415

ວັນທີ 15 ມັງກອນນີ້ ກະຊວງສາທາລະນະສຸກມຽນມາເປີດເຜີຍໃຫ້ຮູ້ວ່າ: ໃນຕົວຢ່າງກວດກາຫາເຊື້ອໃນມື້ດຽວກັນ ໄດ້ພົບເຫັນມີ 10 ຄົນໄດ້ຕິດເຊື້ອໂອມິຄຣອນ, ໃນນັ້ນມີ 8 ຄົນແມ່ນຂີ່ຍົນກອບກູ້ຈາກອິນເດຍກັບເມືອມຽນມາ, ແລະມີ 2 ຄົນເຄີຍໃກ້ຊິດກັບຜູຸ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນວັນທີ 13 ມັງກອນນີ້,ນີ້ແມ່ນເທື່ອທຳອິດທີ່ມຽນມາໄດ້ພົບເຫັນວ່າ ເຊື້ອໂອມິຄຣອນເລີ່ມແຜ່ລະບາດຢູ່ປະເທດຕົນ.

ນັບແຕ່ມຽນມາພົບເຫັນມີຜູ້ຕິດເຊື້ອໂອມິຄຣອນຢູ່ປະເທດຕົນເປັນເທື່ອທຳອິດໃນວັນທີ 28 ທັນວາປີ 2021 ຜ່ານມາ ຈົນຮອດປັດຈຸບັນ, ມຽນມາໄດ້ພົບເຫັນແລ້ວວ່າ ລວມມີ 76 ຄົນໄດ້ຕິດເຊື້ອໂອມີຄຣອນ, ເຂົາເຈົ້າລ້ວນແຕ່ແມ່ນກັບມາຈາກຕ່າງປະເທດ ນອກຈາກ 2 ຄົນແມ່ນຕິດພະຍາດຢູ່ປະເທດຕົນທີ່ພົບເຫັນໃນປັດຈຸບັນ.

ສະພາບພະຍາດໂຄວິດ-19 ຂອງມຽນມາກຳລັງຄ່ອຍໆຫຼຸດໜ້ອຍລົງ, ປັດຈຸບັນ ຄວາມສ່ຽງດ້ານພະຍາດໂຄວິດ-19 ທີ່ກະຊວງສາທາລະນະສຸກມຽນມາຜະເຊີນໜ້ານັ້ນ ຕົ້ນຕໍແມ່ນເຊື້ອໂອມີຄຣອນທີ່ນຳເຂົ້າມາຈາກຕ່າງປະເທດ.