ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ໄດ້ສະ​ແດງ​ໃຫ້​ເຫັນ​​ວ່າຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້

CRI, January 14, 2022
Size:

ການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕາມເວລາກຳນົດໄດ້ສະແດງໃຫ້ເຫັນວ່າຈີນມີຄວາມໝັ້ນໃຈແລະຄວາມສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້_fororder_dongao01

ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໄປສຳຫຼວດວຽກງານການກະກຽມຄວາມພ້ອມສຳເລັດງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ຢູ່ນະຄອນຫຼວງປັກກິ່ງ. ທ່ານໄດ້ເນັ້ນໜັກວ່າ: ໂດຍຜ່ານຄວາມພະຍາຍາມເປັນເວລາຫຼາຍປີ, ວຽກງານການກະກຽມຕ່າງໆໄດ້ສຳເລັດໂດຍພື້ນຖານ, ຈີນມີຄວາມໝັ້ນໃຈແລະຄວາມສາມາດຈະຈັດງານກິລາໂອລິມປິກທີ່ໜ້າຊົມ, ດີເດັ່ນແລະບໍ່ທຳມະດາ.

ປັດຈຸບັນ, ພະຍາດໂຄວິດ-19 ຍັງແຜ່ລະບາດຢູ່ທົ່ວໂລກຢ່າງຮ້າຍແຮງ, ເຊື້ອພະຍາດໂຄວິດ-19 ສາຍພັນເດວຕາແລະສາຍພັນໂອມິຄຣອນໄດ້ແຜ່ລະບາດໃນທົ່ວໂລກຢ່າງວ່ອງໄວ, ໄດ້ເຕືອນໄພໃຫ້ປະເທດຕ່າງໆໃນໂລກ, ທັງໄດ້ເຮັດໃຫ້ການແຂ່ງຂັນກິລາຂະໜາດໃຫຍ່ຂອງສາກົນຫຼາຍແຫ່ງບໍ່ສາມາດດຳເນີນໄດ້ເປັນປົກກະຕິ. ໃນຂະນະດຽວກັນນີ້, ຢູ່ປະເທດຈີນຫຼາຍແຫ່ງກໍ່ໄດ້ເກີດມີກໍລະນີທີ່ມີຜູ້ຕິດເຊື້ອເປັນຈຸ້ມ. ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ຈະມີເຈົ້າໜ້າທີ່ລັດຖະບານແລະຄະນະນັກກິລາເດີນທາງມາປະເທດຈີນຢ່າງຫຼວງຫຼາຍ, ເຊິ່ງຈະເປັນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງແນ່ນອນ.

ການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕາມເວລາກຳນົດໄດ້ສະແດງໃຫ້ເຫັນວ່າຈີນມີຄວາມໝັ້ນໃຈແລະຄວາມສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້_fororder_633b20c85a1243ccbb9400c015d48f0b

ຈີນເຄີຍໃຫ້ຄຳໝັ້ນສັນຍາທີ່ຈິງຈັງວ່າ: ຈະຈັດງານກິລາໂອລິມປິກລະດູໜາວຄັ້ງໜຶ່ງທີ່ງ່າຍດາຍ, ປອດໄພແລະໜ້າຊົມໃຫ້ກັບທົ່ວໂລກ. ໃນນັ້ນ, ຄວາມປອດໄພແມ່ນສິ່ງສຳຄັນທີ່ສຸດ, ຄວາມປອດໄພກໍແມ່ນຖືເອົາກໍຄືຖືການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວຽກງານສຳຄັນທີ່ສຸດ, ເພື່ອຮັບປະກັນສຸຂະພາບຂອງຝ່າຍຕ່າງໆທີ່ເດີນທາງມາເຂົ້າຮ່ວມການແຂ່ງຂັນ. ສະນັ້ນຈຶ່ງສາມາດເວົ້າໄດ້ວ່າ: ບໍ່ມີຄວາມປອດໄພໃນການການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ກໍ່ບໍ່ສາມາດຈັດງານກິລາໂອລິມປິກລະດູໜາວໃຫ້ສຳເລັດໄດ້.

ດັ່ງນັ້ນ, ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງຈຶ່ງໄດ້ວາງແຜນວຽກງານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຄົບຖ້ວນ, ໄດ້ຮ່ວມກັນກັບຄະນະກຳມະການໂອລິມປິກສາກົນແລະຄະນະກຳມະການໂອລິມປິກຄົນພິການສາກົນພິມປຶ້ມຄູ່ມືປ້ອງກັນພະຍາດໂຄວິດ-19 ສອງສະບັບ, ໃນປຶ້ນຄູ່ມືໄດ້ກຳນົດ 6 ຫຼັກການພື້ນຖານຄື: ຍຶດໝັ້ນການຈັດການແຂ່ງຂັນຢ່າງງ່າຍດາຍ, ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຫົວທີ, ສັກວັກຊີນ, ຄຸ້ມຄອງຜູ້ເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງແບບວົງປິດ, ແກ້ໄຂບັນຫາໃນກໍລະນີພົນຜູ້ຕິດພະຍາດຢ່າງມີປະສິດທິຜົນ,  ປ້ອງກັນແລະຄວບຄຸມພະຍາດແບບກວມລວມ. ເຖິງວ່າວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນການແຂ່ງຂັນມະຫາກຳກິລາຂະໜາດໃຫຍ່ຂອງສາກົນແມ່ນບັນຫາຫຍຸ້ງຍາກລະດັບໂລກກໍຕາມ, ແຕ່ວ່າ, ປະເທດຈີນແມ່ນໜຶ່ງໃນປະເທດທີ່ສາມາດປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ໄດ້ດີທີ່ສຸດ, ມີບົດຮຽນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງອຸດົມສົມບູນ, ເຊື່ອວ່າງານກິລາໂອລິມປິກລະດູໜາວຄັ້ງນີ້ຈະກາຍເປັນແບບຢ່າງຄັ້ງໜຶ່ງໃນການ “ຈັດງານກິລາໂອລິມປິກຢ່າງປອດໄພ.”

ມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບຄວາມເຫັນດີເຫັນພ້ອມຈາກອົງການອະນາໄມໂລກຫຼື WHO. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 6 ມັງກອນປີນີ້, ທ່ານໄມເຄີີນ ໄຣອັນ ຫົວໜ້າບໍລິຫານງານສະພາບສຸກເສີນຂອງ WHO ກ່າວວ່າ: ຍ້ອນວ່າຈີນໄດ້ປະຕິບັດມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດແລະແຂງແຮງ, WHO ເຫັນວ່າໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ຈະບໍ່ເກີດຄວາມສ່ຽງທີ່ພະຍາດໂຄວິດ-19 ຈະແຜ່ລະບາດ.

ການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕາມເວລາກຳນົດໄດ້ສະແດງໃຫ້ເຫັນວ່າຈີນມີຄວາມໝັ້ນໃຈແລະຄວາມສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້_fororder_b2ef0d6faa9048d080840e427f2a45b3

ໂດຍແນ່ໃສ່ຄຳຖາມຂອງນັກຂ່າວທີ່ວ່າ: “ໂດຍພິຈາລະນາເຖິງເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນທີ່ແຜ່ລະບາດຢ່າງຮ້າຍແຮງໃນປັດຈຸບັນ, ງານກິລາໂອລິມປິກລະດູໜາວຍັງຈະຈັດຂຶ້ນຫຼືບໍ່?” ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານໂທມັສ ບັກສ໌ ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງຈະຈັດຂຶ້ນຕາມເວລາກຳນົດ. ທ່ານຍັງກ່າວຕື່ມວ່າ: ຄົນທັງຫຼາຍໄດ້ເຫັນປະສິດທິຜົນຂອງມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຂອງປະເທດຈີນມາຫຼາຍເທື່ອແລ້ວ, ຈີນປະຕິບັດມາດຕະການກຳຈັດເຊື້ອພະຍາດໂຄວິດ-19 ໃຫ້ເຫຼືອເປັນສູນທີ່ເຂັ້ມງວດທີ່ສຸດ, ຈະສາມາດສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາກພື້ນໄດ້ໂດຍໄວ.

ໃນສະພາບການທີ່ທົ່ວໂລກເກີດມີການປ່ຽນແປງຢ່າງໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີບວກກັບການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຈີນຈະຈັດງານກິລາໂອລິມປິກລະດູໜາວປັກກິ່ງຕາມເວລາກຳນົດເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈແລະຄວາມສາມາດຂອງຈີນ, ທັງຈະກາຍເປັນໂອກາດສຳຄັນທີ່ຈີນຈະສາມັກຄີແລະຮ່ວມມືກັບທົ່ວໂລກເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍຂອງໂລກ.