ທາງລົດໄຟລາວ-ຈີນເຮັດໃຫ້ທ່າແຮງ “ການເຊື່ອມໂຍງເຊື່ອມຈອດ” ຂອງປະເທດລາວນັບມື້ນັບພົ້ນເດັ່ນຂຶ້ນ

CRI, January 13, 2022
Size:

ວັນທີ 10 ມັງກອນນີ້, ລົດໄຟລາວ-ຈີນ “ຂະບວນດ່ວນລ້ານຊ້າງ” ທີ່ເປັນຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດທີ່ແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງນັ້ນ ໄດ້ແລ່ນອອກຈາກນະຄອນຄຸນມີງປະເທດຈີນ ແລະມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງປະເທດລາວ. ລົດໄຟຖ້ຽວນີ້ໄດ້ຂົນສົ່ງດອກໄມ້, ຜັກສົດ ແລະສິນຄ້າອື່ນໆຂອງແຂວງຢຸນນານປະເທດຈີນ ໄປຮອດນະຄອນຫຼວງວຽງຈັນຂອງປະເທດລາວ ໂດຍນຳໃຊ້ເວລາພຽງແຕ່ 26 ຊົ່ວໂມງເທົ່ານັ້ນ ເຊິ່ງໄດ້ຫຼຸດເວລາການຂົນສົ່ງສິນຄ້າລະຫວ່າງລາວ-ຈີນໄດ້ຫຼາຍ ແລະເປັນການສະທ້ອນໃຫ້ເຫັນວ່າ: ທາງລົດໄຟລາວ-ຈີນໄດ້ເຮັດໃຫ້ທ່າແຮງ “ການເຊື່ອມໂຍງເຊື່ອມຈອດ” ຂອງປະເທດລາວນັບມື້ນັບພົ້ນເດັ່ນຂຶ້ນ.

ທາງລົດໄຟລາວ-ຈີນທີ່ເຊື່ອມຈອດກັນລະຫວ່າງນະຄອນຄຸນມີງກັບນະຄອນຫຼວງວຽງຈັນນັ້ນ ເປັນເສັ້ນທາງສຳຄັນຂອງແຂວງຢຸນນານປະເທດຈີນ ມຸ່ງໜ້າໄປສູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະໄດ້ຫຼຸດເວລາ ແລະຕົ້ນທຶນການຂົນສົ່ງສິນຄ້າຢູ່ລຽບຕາມເສັ້ນທາງສາຍນີ້ຢ່າງຫຼວງຫຼາຍ. ແຕ່ກ່ອນ, ວິສາຫະກິດຕ່າງໆຂອງຈີນໄດ້ຂົນສົ່ງປຸຍເຄມີ, ຫົວອາຫານສັດ ແລະສິນຄ້າອື່ນໆໄປສູ່ປະເທດລາວ ແລະປະເທດໄທຜ່ານທາງບົກ ແລະທາງທະເລນັ້ນ ຕ້ອງໃຊ້ເວລາເຖິງ 15 ມື້ຂຶ້ນໄປ ເຊິ່ງເຮັດໃຫ້ການຂົນສົ່ງມີປະສິດທິພາບຕ່ຳ ແລະມີຄ່າຫຼຸ້ຍຫຼ້ຽນຫຼາຍ. ແຕ່ປັດຈຸບັນ, ເວລາການຂົນສົ່ງສິນຄ້າໄດ້ຫຼຸດລົງ ແລະໃຊ້ເວລາພຽງແຕ່ 26 ຊົ່ວໂມງເທົ່ານັ້ນ, ຕົ້ນທຶນການຂົນສົ່ງສິນຄ້າກໍໄດ້ຫຼຸດລົງຢ່າງຫຼວງຫຼາຍ. ວັນທີ 4 ທັນວາ ປີ 2021, ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດໄດ້ແລ່ນອອກຈາກນະຄອນຄຸນມີງ ເຊິ່ງເປັນການເປີດສາກໃຫ້ກັບການຈໍລະຈອນສິນຄ້າຂ້າມຊາຍແດນໂດຍຜ່ານທາງລົດໄຟລາວ-ຈີນ. ຫຼັງຈາກນັ້ນ, ນະຄອນກວາງໂຈ່ວ, ນະຄອນເສີງຕູ່, ນະຄອນຈຸ່ງກິ່ງ, ນະຄອນຊຽງໄຮ້ ແລະອື່ນໆ 10 ກວ່ານະຄອນຂອງຈີນ ກໍໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນ ໂດຍຜ່ານນະຄອນຄຸນມີງ ແລ້ວມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງປະເທດລາວ. ສ່ວນຂາກັບຂະບວນລົດໄຟຂົນສົ່ງສິນຄ້າຂະບວນຕ່າງໆ ກໍໄດ້ແລ່ນອອກຈາກນະຄອນຫຼວງວຽງຈັນ ແລະມຸ່ງໜ້າໄປສູ່ນະຄອນຕ່າງໆຂອງປະເທດຈີນເຊັ່ນດຽວກັນ.

ທ່ານສູຊ່າວ, ຮອງຜູ້ອຳນວຍການບໍລິສັດຂົນສົ່ງຕູ້ຄອນເທນເນີທາງລົດໄຟສາກົນຈີນຈຳກັດ ຫຼື CRIntermodal ສາຂານະຄອນຄຸນມີງກ່າວວ່າ: ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນທີ່ແລ່ນອອກຈາກນະຄອນຄຸນມີງໄດ້ເພີ່ມຈຳນວນຖ້ຽວ  ແລະໃນມື້ທີ່ມີຖ້ຽວລົດຫຼາຍທີ່ສຸດມີເຖິງ 6 ຖ້ຽວ. ໃນໄລຍະເບື້ອງຕົ້ນຂອງການເປີດນຳໃຊ້ທາງລົດໄຟລາວ-ຈີນ, ສິນຄ້າທີ່ຂົນສົ່ງສ່ວນຫຼາຍແມ່ນຢາງພາລາ, ປຸຍເຄມີ ແລະເຄື່ອງໃຊ້ປະຈຳວັນ, ແຕ່ປັດຈຸບັນ ປະເພດສິນຄ້າໄດ້ເພີ່ມຂຶ້ນ ເຊິ່ງລວມທັງເຄື່ອງຈັກ, ເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນ, ຜະລິດຕະພັນການສື່ສານ, ລົດ, ແຜ່ນແພ ແລະອື່ນໆ ແລະມູນຄ່າຂອງສິນຄ້າກໍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ເມື່ອຮອດວັນທີ 3 ມັງກອນປີ 2022 ຄືວັນຄົບຮອບ 1 ເດືອນຂອງການເປີດນຳໃຊ້ທາງລົດໄຟລາວ-ຈີນ,  ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນກໍໄດ້ມີທັງໝົດເຖິງ 380 ຖ້ຽວ, ໄດ້ຂົນສົ່ງສິນຄ້າ 170.000 ໂຕນ. ທາງລົດໄຟລາວ-ຈີນໄດ້ກາຍເປັນເສັ້ນທາງທາງບົກທີ່ສຳຄັນທີ່ເຊື່ອມຈອດກັນລະຫວ່າງປະເທດຈີນກັບປະເທດລາວ ກໍຄືບັນດາປະເທດອາຊຽນ.

ຜູ້ຂຽນເອງເຫັນວ່າ: ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ ປີ 2022 ເປັນຕົ້ນໄປ, ພາກພື້ນແຫ່ງນີ້ຈະປະຕິບັດນະໂຍບາຍຕ່າງໆທີ່ເປັນປະໂຫຍດຕໍ່ການພັດທະນາເສດຖະກິດ ເຊິ່ງຈະເຮັດໃຫ້ການຄ້າສິນຄ້າປະເພດຈັບຕ້ອງໄດ້ ແລະການຄ້າການບໍລິການສະດວກກວ່າເກົ່າ, ຕ່ອງໂສ້ການຜະລິດ ແລະຕ່ອງໂສ້ການສະໜອງຈະມີການເຊື່ອມໂຍງເຂົ້າກັນຫຼາຍຂຶ້ນກວ່າເກົ່າ, ການລົງທຶນພາຍໃນພາກພື້ນແຫ່ງນີ້ກໍຈະຄຶກຄັກຍິ່ງໆຂຶ້ນ. ທາງລົດໄຟລາວ-ຈີນໄດ້ເຊື່ອມຕໍ່ກັບຂະບວນລົດໄຟຈີນ-ເອີຣົບຢູ່ທິດເໜືອ ແລະຕໍ່ກັບບັນດາປະເທດອາຊຽນຢູ່ທິດໃຕ້. ສັນຍາ RCEP ກຳລັງໄດ້ຮັບການຈັດຕັ້ງປະຕິບັດເທື່ອລະກ້າວ ເຊິ່ງຈະຊ່ວຍຍົກສູງທ່າແຮງດ້ານທີ່ຕັ້ງຂອງປະເທດລາວຢ່າງບໍ່ຢຸດຢັ້ງ ໂດຍຫັນທ່າແຮງນີ້ເປັນທ່າແຮງດ້ານການພັດທະນາ ແລະເຮັດໃຫ້ປະເທດລາວກາຍເປັນຈຸດສູນກາງດ້ານຄົມມະນາຄົມທາງບົກຂອງການໄປມາຫາສູ່ກັນ ແລະການຂົນສົ່ງສິນຄ້າລະຫວ່າງຈີນ-ອາຊຽນ ທັງເປັນການເຊື່ອໂຍງເຊື່ອມຈອດກັນຂອງພາກພື້ນ. ປະເທດອາຊຽນນັບມື້ນັບຫຼາຍກວ່າເກົ່າກຳລັງພິຈາລະນາການຂົນສົ່ງເຂົ້າສູ່ປະເທດຈີນໂດຍຜ່ານ ປະເທດລາວ. ສະນັ້ນ, ຜູ້ຂຽນເອງຈຶ່ງເຊື່ອໝັ້ນວ່າ: ປະເທດລາວຈະສາມາດຈັດຕັ້ງປະຕິບັດຍຸດທະສາດຂອງຕົນ ຄື: ຫັນ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ເປັນ “ປະເທດເຊື່ອມໂຍງເຊື່ອມຈອດ” ໃຫ້ປະສົບຜົນສຳເລັດຫຼາຍກວ່າເກົ່າ.