ໄທວາງ​ແຜນ​ຈະກຳ​ນົດ​ໃຫ້​ພະ​ຍາດ​ໂຄວິດ-19 ເປັນ​ພະ​ຍາດ​ຕິດ​ແປດ​ຕາມ​ທ້ອງ​ຖິ່ນ​ກ່ອນ​ທ້າຍ​ປີ 2022

CRI, January 13, 2022
Size:

ໄທວາງແຜນຈະກຳນົດໃຫ້ພະຍາດໂຄວິດ-19ເປັນພະຍາດຕິດແປດຕາມທ້ອງຖິ່ນກ່ອນທ້າຍປີ2022_fororder_93927713

ວັນທີ 10 ມັງກອນນີ້ ທ່ານ ກຽດຕິພູມ ຮອງລັດຖະມົນຕີກະຊວງສາທາລະນະສຸກໄທກ່າວວ່າ: ພາຍຫຼັງສູ້ກັບພະຍາດໂຄວິດ-19 ເປັນເວລາດົນນານມາແລ້ວ, ປະເທດໄທຄ່ອຍໆກ້າວເຂົ້າສູ່ໄລຍະຢູ່ທີ່ຄົນກັບເຊື້ອພະຍາດຢູ່ຮ່ວມກັນ. ໂດຍສະເພາະແມ່ນສະພາບພະຍາດໂຄວິດ-19 ຮອບໃໝ່ທີ່ເກີດຈາກເຊື້ອພະຍາດໂວຄິດ-19 ກາຍພັນໂອມີຄຣອນ, ເຖິງວ່າມັນແຜ່ລະບາດໄວຫຼາຍ, ແຕ່ບໍ່ມີຜົນຮ້າຍທີ່ໜັກໜ່ວງປານໃດ, ອັດຕາມີອາການສາຫັດແລະອັດຕາເສຍຊີວິດລ້ວນແຕ່ຫຼຸດຕ່ຳລົງຢ່າງຫຼາຍ. ສະນັ້ນ ກົມປ້ອງກັນແລະຄວບຄຸມພະຍາດຂອງກະຊວງສາທາລະນະສຸກໄທຈຶ່ງມີແຜນຈະກຳນົດໃຫ້ພະຍາດໂຄວິດ-19 ເປັນພະຍາດຕິດແປດຕາມທ້ອງຖິ່ນກ່ອນທ້າຍປີ 2022.

ທ່ານ ກຽດຕິພູມ ກ່າວວ່າ: ການກຳນົດໃຫ້ພະຍາດໂຄວິດ-19 ເປັນພະຍາດຕິດແປດຕາມທ້ອງຖິ່ນຕ້ອງອາໄສມາດຖານຂອງມັນ ເຊັ່ນວ່າ: ເມື່ອຕິດພະຍາດແລ້ວບໍ່ມີອາການສາຫັດ ຂະນະດຽວກັນ ອັດຕາການຕາຍກໍຕ່ຳຫຼາຍ, ປະຊາຊົນມີພູມຕ້ານທານໂດຍທົ່ວໄປ, ລະບົບການປິ່ນປົວໄດ້ເຮັດວຽກຢ່າງມີປະສິດທິພາບສູງ ແລະອື່ນໆ.