ເຂດ​ທ່ອງ​ທ່ຽວ​ຕົ້ນ​ຕໍ​ຂອງ​ໄທ​ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19 ທີ່​ແຜ່​ລະ​ບາດ​ແຮງ​ຂຶ້ນ​ອີກ,ລັດ​ຖະ​ບານຫ້າມ​ບໍ່​ໃຫ້​ດື່ມ​ເຫຼົ້າ​ພາຍ​ໃນ​ຮ້ານ

CRI, January 12, 2022
Size:

ຕາມສະຖິຕິຫຼ້າສຸດກ່ຽວກັບສະພາບພະຍາດໂຄວິດ-19 ທີ່ກະຊວງສາທາລະນະສຸກໄທປະກາດນັ້ນ, ປັດຈຸບັນ ເຂດທ່ອງທ່ຽວຕົ້ນຕໍຂອງໄທມີສະພາບພະຍາດໂຄວິດ-19 ແຜ່ລະບາດແຮງຂຶ້ນອີກ, ວັນທີ 9 ມັງກອນນີ້, ຢູ່ແຂວງ ຊົນບູຣີ ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ 921 ກໍລະນີ ເຊິ່ງຫຼາຍກວ່ານະຄອນຫຼວງບາງກອກ, ແຫຼ່ງແຜ່ລະບາດຂອງເຊື້ອໄວຣັດຕົ້ນຕໍແມ່ນ ພັດທະຍາແລະຮ້ານອາຫານຕາມຫາດບາງແສນ. ອົງການປ້ອງກັນພະຍາດທ້ອງຖິ່ນໄດ້ກວດກາຮ້ານອາຫານຕ່າງໆເພື່ອປ້ອງກັນພະຍາດ ໂດຍຮຽກຮ້ອງໃຫ້ຮ້ານອາຫານກວດເຊື້ອໂຄວິດ-19 ໂດຍໄວສຳລັບຜູ້ເຮັດວຽກໃນຮ້ານແລະລູກຄ້າທັງໝົດໃນແຕ່ລະມື້, ແລະຈຳກັດເວລາດື່ມເຫຼົ້າໃນຮ້ານແມ່ນກ່ອນເວລາ 21 ໂມງ. ຮ້ານບັນເທີງ, ຮ້ານເຫຼົ້າ, ຮ້ານຮ້ອງເພງທີ່ເປັນສະຖານທີ່ບັນເທີງໃນກາງຄືນ ຕ້ອງສອດຄ່ອງກັບມາດຕະການປ້ອງກັນແລະຄວບຄຸມພະຍາດຂອງລັດຖະບານ ຈຶ່ງຈະໄດ້ຮັບອະນຸມັດໃຫ້ສາມາດເປີດທຸລະກິດໄດ້ຄືນໃນວັນທີ 16 ມັງກອນນີ້.

ມື້ດຽວກັນ ຢູ່ແຂວງ ພູເກັດ ໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ 635 ກໍລະນີ, ເຖິງວ່ານັກທ່ອງທ່ຽວທີ່ເຂົ້າໄປທ່ຽວປະເທດໄທນັ້ນລ້ວນແຕ່ໄດ້ສັກວັກຊິນ 2 ເຂັມແລ້ວກໍຕາມ, ແຕ່ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າໄປທ່ຽວພູເກັດໃນຫວ່າງມໍ່ໆມານີ້ ແຕ່ລະມື້ໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຫຼາຍກວ່າ 100 ກໍລະນີ, ລວມທັງໝົດແລ້ວ ແຂວງພູເກັດມີລາຍງານຜູ້ຕິດໄວຣັດ ໂອມີຄຣອນ ເຖິງ 234 ກໍລະນີ, ນັກທ່ອງທ່ຽວທີ່ຕິດເຊື້ອພະຍາດທັງໝົດ ລ້ວນແຕ່ໄດ້ຮັບການປິ່ນປົວຢູ່ໂຮງໝໍທ້ອງຖິ່ນແລ້ວ.