ໄທຫ້າມສົ່ງອອກຫມູ ເພື່ອຮັບປະກັນຄວາມຕ້ອງການຂອງຕະຫລາດ

CRI, January 11, 2022
Size:

ວັນທີ 6 ມັງກອນນີ້, ເວັບໄຊລາຊະກິດໄທໄດ້ປະກາດ “ແຈ້ງການຂອງ ຄະນະກຳມະການສູນກາງເພື່ອສິນຄ້າແລະລາຄາບໍລິການ” ທີ່ລົງນາມໂດຍທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງ ການຄ້າໄທ ໂດຍກ່າວວ່າ: ເນື່ອງຈາກວ່າ, ການຜະລິດຊີ້ນຫມູພາຍ ໃນປະເທດໄທໃນປັດຈຸບັນໄດ້ຫລຸດລົງ ແລະ ບໍ່ສາມາດຕອບສະຫນອງຕາມ ຄວາມຕ້ອງການຂອງຕະຫລາດພາຍໃນປະເທດ, ສະນັ້ນຈຶ່ງໄດ້ຕົກລົງຫ້າມການ ສົ່ງອອກຫມູເປັນເວລາ 3 ເດືອນນັບແຕ່ວັນທີ 6 ມັງກອນນີ້ເປັນຕົ້ນໄປ, ສ່ວນເວລາໃດຈະຟື້ນຟູການສົ່ງອອກນັ້ນ ຈະໃຫ້ຕັດສິນໂດຍອີງຕາມສະພາບການ ສະຫນອງແລະຄວາມຕ້ອງການໃນຕະຫລາດຂອງໄທ.

ຕົວເລກຈາກກະຊວງການຄ້າໄທໄດ້ສະແດງໃຫ້ເຫັນວ່າ, ປີ 2021, ໄທສະຫນອງຫມູເຂົ້າຕະຫລາດມີເຖິງ 19 ລ້ານໂຕ, ໃນນັ້ນການບໍລິໂພກພາຍ ໃນປະເທດມີເຖິງ 18 ລ້ານໂຕ, ສົ່ງອອກ 1 ລ້ານໂຕ. ຄາດວ່າຄວາມສາມາດ ການສະຫນອງໃຫ້ຕະຫລາດໃນປີ 2022 ນີ້ມີພຽງ 13 ລ້ານໂຕ, ຂາດການສະ ຫນອງສຳລັບຕະຫລາດພາຍໃນປະເທດ 5 ລ້ານໂຕ.