ຂະ​ບວນ​ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ “​ຂະ​ບວນ​ດ່ວນລ້ານ​ຊ້າງ” ໄດ້​ແລ່ນ​ຕາມເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ​ເປັນ​ຄັ້ງ​ທຳ​ອິດ

CRI, January 11, 2022
Size:

ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນດ່ວນລ້ານຊ້າງ” ໄດ້ແລ່ນຕາມເສັ້ນທາງລົດໄຟລາວ-ຈີນເປັນຄັ້ງທຳອິດ_fororder_微信图片_20220110155637

ເວລາ 10 ໂມງ 30 ນາທີຂອງວັນທີ 10 ມັງກອນນີ້ຕາມເວລາວຽງຈັນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ທີ່ເປັນຂະບວນລົດໄຟຂົນສົ່ງສິນຄ້າຂະບວນທຳອິດທີ່ແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ອອກເດີນທາງຈາກນະຄອນຄຸນມິງປະເທດຈີນ ແລະຈະເດີນທາງໄປຮອດນະຄອນຫຼວງວຽງຈັນໃນວັນທີ 11 ມັງກອນນີ້.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງກ່າວວ່າ: ໃນໄລຍະເບື້ອງຕົ້ນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະແລ່ນ 2 ຖ້ຽວເປັນປະຈຳ, ຫຼັງຈາກນັ້ນຈະອີງຕາມສະພາບຕົວຈິງຂອງຕະຫຼາດ ແລ້ວຈະເພີ່ມຂະບວນລົດໄຟເປັນກ້າວໆ ເຊິ່ງຈະສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າທີ່ມີເວລາຈຳກັດ ເຊັ່ນ: ໝາກໄມ້, ຜັກ, ພະລິດຕະພັນເອເລັກໂຕຼນິກ, ເຄື່ອງໃຊ້ໃນຊີວິດປະຈຳວັນ ແລະອື່ນໆ.

ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນດ່ວນລ້ານຊ້າງ” ໄດ້ແລ່ນຕາມເສັ້ນທາງລົດໄຟລາວ-ຈີນເປັນຄັ້ງທຳອິດ_fororder_微信图片_20220110155647

ປັດຈຸບັນ, ສິນຄ້າທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງຈາກຢາງພາລາ, ປຸຍ ແລະເຄື່ອງຂອງຕ່າງໆ ໄດ້ຂະຫຍາຍໄປສູ່ ຜະລິດຕະພັນເອເລັກໂຕຼນິກ, ລົດ, ຜັກ, ໝາກໄມ້ ແລະອື່ນໆ. ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງຈະສົ່ງໄປເຖິງ 10 ກວ່າປະເທດແລະເຂດແຄ້ວນ ເປັນຕົ້ນແມ່ນ ລາວ, ໄທ, ມຽນມາ ແລະບັງກລາເທດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຕ່ອງໂສ້ການຈໍລະຈອນສິນຄ້າຢູ່ລະຫວ່າງແມ່ນ້ຳລ້ານຊ້າງຂອງຈີນແລະອະນຸພາກພື້ນແມ່ນ້ຳຂອງ ແລະຈະຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງສາກົນແລະຕ່ອງໂສ້ການຄ້າ.