ໂຄ​ສົກ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ກ່າວ​ວ່າ: ອາ​ເຊັບ​ໄດ້​ສະ​ໜອງ​ໂອ​ກາດ​ທີ່​ຕ່​າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດສະ​ມາ​ຊິກທັງ​ໝົດ

CRI, January 10, 2022
Size:

(ທ່ານໄພ ສີພັນ)

     ຫວ່າງກ່ອນນີ້ບໍ່ດົນ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານໄພ ສີພັນ ໂຄສົກລັດຖະບານກຳປູເຈຍໄດ້ກ່າວວ່າ: ສັນຍາວ່າດ້ວຍການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼືອາເຊັບທີ່ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 1 ມັງກອນປີນີ້ໄດ້ສະໜອງໂອກາດການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ປະເທດສະມາຊິກທັງໝົດ, ທຸກປະເທດສະມາຊິກຈະໄດ້ຮັບຜົນປະໂຫຍດຈາກສັນຍາດັ່ງກ່າວ.

     ທ່ານໄພ ສີພັນຍັງກ່າວຕື່ມວ່າ: ອາເຊັບຈະຊຸກຍູ້ການຄ້າສາກົນແລະເຮັດໃຫ້ຜະລິດຕະພັນກຳປູເຈຍໂດຍສະເພາະແມ່ນຜະລິດຕະພັນກະສິກຳຫຼາຍຊະນິດສາມາດສົ່ງອອກໄປຂາຍຢູ່ບັນດາປະເທດສະມາຊິກຂອງອາເຊັບເຊິ່ງລວມທັງປະເທດຈີນ, ເວົ້າສຳລັບກຳປູເຈຍແລ້ວອາເຊັບເປັນໂອກາດທາງດ້ານຕະຫຼາດອັນໃຫຍ່ຫຼວງ. ພ້ອມກັນນັ້ນ, ອາເຊັບຍັງຈະຊ່ວຍດຶງດູດນັກລົງທຶນຕ່າງປະເທດທີ່ມີທຶນແລະເຕັກນິກສູງຫຼາຍກວ່າເກົ່າມາລົງທຶນຢູ່ກຳປູເຈຍ.

     ທ່ານໄພ ສີພັນຍັງເຫັນວ່າ: ອາເຊັບມີຄວາມສຳຄັນທີ່ສຸດຕໍ່ກັບເສດຖະກິດໂລກາພິວັດແລະການເຮັດໃຫ້ເສດຖະກິດພາກພື້ນເປັນອັນໜຶ່ງອັນດຽວກັນ, ທັງຈະຊຸກຍູ້ການຄ້າແລະການລົງທຶນໃນພາກພື້ນ ແລະສ້າງໂອກາດການປະກອບອາຊີບແລະຕະຫຼາດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນແລະວິສາຫະກິດໃນພາກພື້ນຕົນ.