ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນຄຸນໝິງ ກ່າວເຖິງທາງລົດໄຟ ລາວ-ຈີນ: ເສັ້ນທາງນີ້ເຮັດໃຫ້ “ຄວາມມຸ່ງຫວັງຢາກມີທາງລົດໄຟ” ຂອງປະຊາຊົນລາວ ປາກົດເປັນຈິງ

lmcchina.org, January 9, 2022
Size:

ເມື່ອບໍ່ດົນມານີ້, ທ່ານ ນາງ ມະນີລາ ສົມບັນດິດ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນຄຸນໝິງ ໃຫ້ສໍາພາດຕໍ່ນັກຂ່າວ ໜັງສືພິມລາຍວັນປະຊາຊົນ ເຊິ່ງເພິ່ນໄດ້ຕີລາຄາສູງຕໍ່ຄວາມໝາຍດ້ານຍຸດທະສາດທີ່ສໍາຄັນຍິ່ງຂອງການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ມີຕໍ່ການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ. ທາງລົດໄຟລາວ-ຈີນ ນອກຈາກໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດດ້ານເສດຖະກິດພາກພື້ນ, ຍັງໄດ້ເຮັດໃຫ້ ຄວາມມຸ່ງຫວັງຢາກມີທາງລົດໄຟ ຂອງປະຊາຊົນລາວ ປາກົດເປັນຈິງ. ຄຽງຄູ່ກັບການມີຜົນບັງຄັບໃຊ້ຂອງ ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP, ປະເທດລາວກໍຈະກໍາແໜ້ນໂອກາດທາງປະຫວັດສາດອັນສໍາຄັນນີ້ ສົ່ງເສີມການພັດທະນາເສດຖະກິດໃຫ້ມີຄຸນນະພາບສູງລະຫວ່າງລາວ-ຈີນ.

ທ່ານ ນາງ ມະນີລາ ສົມບັນດິດ ກ່າວວ່າ, ປີ 2021 ນີ້ ແມ່ນປີໜຶ່ງທີ່ມີຄວາມໝາຍສໍາຄັນຍິ່ງຕໍ່ສາຍພົວພັນລາວ-ຈີນ (ຈີນ-ລາວ), ຍັງແມ່ນປີມິດຕະພາບລາວ-ຈີນ (ຈີນ-ລາວ), ປີທີ່ລາວ-ຈີນ (ຈີນ-ລາວ) ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ, ທັງແມ່ນປະເທດຈີນກັບອາຊຽນສ້າງຕັ້ງການພົວພັນຄູ່ເຈລະຈາຄົບຮອບ 30 ປີ ແລະກົນໄກການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄົບຮອບ 5 ປີ ເຊັ່ນກັນ. ນອກຈາກນີ້ແລ້ວ, ປີ 2021 ຍັງແມ່ນປີທີ່ນະຄອນຄຸນໝິງ ເທດສະບານແຂວງຢູນນານ ກັບນະຄອນຫຼວງວຽງຈັນ ສປປ ລາວ ສ້າງຕັ້ງສາຍພົວພັນເປັນເມືອງມິດຕະພາບຄົບຮອບ 10 ປີ. ໃນວັນທີ 3 ທັນວາ ປີ 2021, ທາງລົດໄຟ ລາວ-ຈີນ ໄດ້ເປີດການນໍາໃຊ້ຢ່າງເປັນທາງການ ນີ້ໄດ້ສະແດງໃຫ້ເຫັນເຖິງ ພຶດຕິກໍາທີ່ສອງຝ່າຍຮ່ວມກັນຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ຜູ້ນໍາສູງສຸດສອງພັກ-ສອງລັດໄດ້ເຊັນນັ້ນ ເຊິ່ງຈະຊ່ວຍຊຸກຍູ້ເຮັດໃຫ້ການຮ່ວມມືດ້ານເສດຖະກິດ-ການຄ້າສອງປະເທດ ແລະການກໍ່ສ້າງແລວທາງເສດຖະກິດ ລາວ-ຈີນ ໃຫ້ມີຄວາມເລິກເຊິ່ງ, ເປັນຮູບປະທໍາ ແລະເປັນອັນລະອຽດຕົວຈິງ, ເຮັດໃຫ້ ຄວາມມຸ່ງຫວັງຢາກມີທາງລົດໄຟ ຂອງປະຊາຊົນລາວ ປາກົດເປັນຈິງ.

ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ ປີ 2022, ຕໍ່ກັບເຫດການນີ້ ທ່ານ ນາງ ມະນີລາ ສົມບັນດິດ ມີຄວາມເຫັນວ່າ ການມີຜົນບັງຄັບໃຊ້ຂອງສັນຍາດັ່ງກ່າວນີ້ ຈະສ້າງໂອກາດທາງປະຫວັດສາດໃໝ່ອັນໜຶ່ງ, ປະເທດລາວກໍຈະເພີ່ມທະວີການຮ່ວມມືຢ່າງໃກ້ຊິດກັບປະເທດຈີນ ກໍຄືບັນດາປະເທດທີ່ກ່ຽວຂ້ອງ, ໝູນໃຊ້ນະໂຍບາຍເອື້ອອຳນວຍຕາມທີ່ລະບຸໃນສັນຍາ ເພື່ອຊຸກຍູ້ການຮ່ວມມື ແລະການພັດທະນາໃນຂົງເຂດຕ່າງໆຂອງປະເທດລາວ ແລະບັນດາປະເທດໃນພາກພື້ນດັ່ງກ່າວ.