ຂະບວນລົດໄຟຂົນສົ່ງສິນຄ້າສາກົນຖ້ຽວທໍາອິດຕາມທາງລົດໄຟ ຈີນ-ລາວ ໃນປີ 2022 ໄດ້ອອກເດີນທາງດ້ວຍຄວາມສໍາເລັດ

lmcchina.org, January 9, 2022
Size:

   ຕາມຂ່າວຈາກ ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ຈໍາກັດ ກ່າວວ່າ, ໃນຕອນບ່າຍ ວັນທີ 1 ມັງກອນ ຜ່ານມາ, ຂະບວນລົດໄຟບັນຈຸສິນຄ້າ 1000 ໂຕນ ໄດ້ຄ່ອຍໆອອກເດີນທາງຈາກສູນບໍລິການຕູ້ສົ່ງສິນຄ້າຄຸນໝິງ ຂອງ ກຸ່ມບໍລິສັດທາງລົດໄຟຈີນ ມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນ ສປປ ລາວ. ຂະບວນລົດໄຟຂົນສົ່ງສິນຄ້າສາກົນຖ້ຽວທໍາອິດຕາມທາງລົດໄຟ  ຈີນ-ລາວ ໃນປີ 2022 ໄດ້ອອກເດີນທາງດ້ວຍຄວາມສໍາເລັດ.

ໃນຕົ້ນເດືອນທັນວາ ປີ 2021, ເສັ້ນທາງລົດໄຟ ຈີນ-ລາວ ທົ່ວເສັ້ນທາງດັ່ງກ່າວ ໄດ້ເປີດການນໍາໃຊ້ຢ່າງເປັນທາງການແລ້ວ. ເສັ້ນທາງນີ້ມີຄວາມຍາວທັງໝົດ 1000 ກວ່າກິໂລແມັດ, ທິດເໜືອເລີ່ມແຕ່ນະຄອນຄຸນໝິງ ຜ່ານດ່ານລົດໄຟບໍ່ຫານຈີນ-ບໍ່ເຕັນລາວ ເຂົ້າໄປສູ່ພາກເໜືອຂອງປະເທດລາວ ສຸດທ້າຍໄປຮອດນະຄອນຫຼວງວຽງຈັນ ສປປ ລາວ.

ຕາມການແນະນໍາ ຂອງ ທ່ານ ເຫີເຮີງຈຸ່ນ, ຫົວໜ້າສະຖານີລົດໄຟຫວາງເຈ່ຍຢີງຕາເວັນຕົກ ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ໃຫ້ຮູ້ວ່າ: ກ່ອນເສັ້ນທາງລົດໄຟ ຈີນ-ລາວ ເປີດການນໍາໃຊ້ນັ້ນ, ຖ້າຫາກຕ້ອງການຂົນສົ່ງສິນຄ້າຈາກຄຸນໝິງໄປສູ່ວຽງຈັນຕ້ອງໃຊ້ເວລາປະມານ 3 ມື້; ພາຍຫຼັງການເປີດນໍາໃຊ້ທາງລົດໄຟແລ້ວ, ການຂົນສົ່ງສິນຄ້າທາງລົດໄຟຈາກຄຸນໝິງໄປນະຄອນຫຼວງວຽງຈັນຈະໃຊ້ເວລາພຽງແຕ່ປະມານ 30 ຊົ່ວໂມງເທົ່ານັ້ນ.

ຕາມຂໍ້ມູນສະຖິຕິຂອງກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ, ມາຮອດ ວັນທີ 31 ທັນວາ ປີ 2021 ກໍຄືໄລຍະເວລາເປີດການນໍາໃຊ້ເສັ້ນທາງລົດໄຟ ຈີນ-ລາວ ບໍ່ຮອດ 1 ເດືຶອນ, ເສັ້ນທາງນີ້ກໍໄດ້ມີຂະບວນລົດໄຟຂົນສົ່ງສິນຄ້າ ລວມ 380 ຖ້ຽວ ເຊິ່ງໄດ້ຂົນສົ່ງສິນຄ້າຈຳນວນ 150.000 ໂຕນ. ນອກຈາກມີການຂົນສົ່ງຜະລິດຕະພັນປະເພດຕ່າງໆຈາກພື້ນທີ່ອ້ອມຂ້າງເສັ້ນທາງລົດໄຟ ຈີນ-ລາວ ຂອງຝ່າຍຈີນແລ້ວ, ຍັງມີສິນຄ້າຈາກນະຄອນປັກກິ່ງ, ຊຽງໄຮ້, ກວາງໂຈ່ວ ແລະບ່ອນອື່ນຜ່ານເສັ້ນທາງລົດໄຟ ຈີນ-ລາວ ຂົນສົ່ງໄປປະເທດລາວ.

ທ່ານ ຊູຊຽວ ຮອງຜູ້ອຳນວຍການໃຫຍ່ ບໍລິສັດບໍລິການຂົນສົ່ງຕູ້ສິນຄ້າ ສາຂາຄຸນໝິງ ຂອງ ກຸ່ມບໍລິສັດທາງລົດໄຟຈີນກ່າວວ່າ: ໃນໄລຍະຕົ້ນຂອງການເປີດນໍາໃຊ້, ສິນຄ້າທີ່ສົ່ງອອກຈາກປະເທດຈີນໄປສູ່ປະເທດລາວ ສ່ວນຫຼາຍແມ່ນ ອາຫານສັດ ແລະຝຸ່ນເຄມີ ເປັນຕົ້ນຕໍ, ປັດຈຸບັນ ປະເພດສິນຄ້ານັບມື້ນັບອຸດົມສົມບູນຫຼາຍຂຶ້ນ ລວມທັງ ຜະລິດຕະພັນເອເລັກໂຕຣນິກ, ເຄື່ອງອຸປະກອນສື່ສານ, ຜັກປູກຢູ່ຢູນນານ ແລະອື່ນໆເປັນຕົ້ນ, ເຊິ່ງຈະຕອບສະໜອງຄວາມຕ້ອງການຂອງຕະຫຼາດລາວໄດ້ດີຂຶ້ນກວ່າເກົ່າ..