ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ກຳ​ປູ​ເຈຍ​ໄ​ດ້​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 1 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ

CRI, January 7, 2022
Size:

ສັນຍາການຄ້າເສລີຈີນ-ກຳປູເຈຍໄດ້ເລີ່ມປະຕິບັດແຕ່ວັນທີ 1 ມັງກອນນີ້ເປັນຕົ້ນໄປ. ສັນຍາສະບັບນີ້ໄດ້ເຊັນກັນໃນວັນທີ 12 ຕຸລາປີ 2020, ແມ່ນສັນຍາການຄ້າເສລີສະບັບທຳອິດທີ່ຈີນເຊັນກັບປະເທດດ້ອຍພັດທະນາ.

ອີງຕາມສັນຍາດັ່ງກ່າວ, ອັດຕາລາຍການພາສີພະລິດຕະພັນທີ່ປອດພາສີໃນການຄ້າສິນຄ້າທີ່ຈີນແລະກຳປູເຈຍຕ່າງໃຫ້ແກ່ກັນນັ້ນມີເຖິງ 97,5% ແລະ 90%, ມາຮອດປັດຈຸບັນ, ນີ້ແມ່ນລະດັບສູງສຸດໃນການເຈລາຈາການຄ້າເສລີທັງໝົດລະຫວ່າງຈີນ-ກຳຜູ້ເຈຍ.

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ແຕ່ເດືອນມັງກອນຫາເດືອນຕຸລາປີ 2021, ມູນຄ່າການຄ້າສອງຝ່າຍລະຫວ່າງຈີນ-ກຳປູເຈຍໄດ້ມີເຖິງ 10.98 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 45,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ເຊິ່ງໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ມູນຄ່າການຄ້າມີ 10 ຕື້ໂດລາສະຫະລັດເມື່ອຮອດປີ 2023 ທີ່ຜູ້ນຳສອງປະເທດກຳນົດໄວ້ນັ້ນກ່ອນເວລາກຳນົດ.