RCEP ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ ວິ​ສາ​ຫະ​ກິດ ແລະ ຜູ້​ບໍ​ລິ​ໂພກ​ຈະ​ໄດ້​ຮັບ​ຄວາມ​ສະ​ດວກ ແລະ ຜົນ​ປະ​ໂຫຍດຫຼາຍ​ດ້ານ

CRI, January 6, 2022
Size:

ວັນທີ 1 ມັງກອນປີ 2022 ນີ້, ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ເກີດມີຜົນບັງຄັບໃຊ້ຢ່າງເປັນທາງການ. ນີ້ເປັນຂີດໝາຍທີ່ສະແດງໃຫ້ເຫັນວ່າ, ເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດ, ມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ ແລະ ມີກຳລັງບົ່ມຊ້ອນດ້ານການພັດທະນາຫຼາຍທີ່ສຸດໃນໂລກໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ຫຼັງຈາກ RCEP ມີຜົນບັງຄັບໃຊ້ຢ່າງຮອບດ້ານແລ້ວ, ຈະກາຍເປັນສັນຍາການຄ້າເສລີທີ່ມີຂະໜາດໃຫຍ່ທີ່ສຸດ ແລະ ມີອິດທິພົນຫຼາຍທີ່ສຸດໃນໂລກ, ຈະສ້າງໂອກາດດ້ານການຄ້າຫຼາຍກວ່າເກົ່າໃຫ້ແກ່ການຄ້າ ແລະ ການລົງທຶນພາຍໃນພາກພື້ນ, ເຊິ່ງຈະເພີ່ມແຮງຊຸກດັນທີ່ເຂັ້ມແຂງໃຫ້ແກ່ການເຕີບໂຕດ້ານເສດຖະກິດ ຂອງພາກພື້ນອາຊີປາຊີຟິກ ກໍຄືທົ່ວໂລກ.

ຫຼັງຈາກການປະຕິບັດມາດຕະການຫຼຸດພາສີພາຍໃຕ້ຂອບ RCEPແລ້ວ, ອັດຕາສິນຄ້າທີ່ຈະປອດພາສີໃນທັນທີລະຫວ່າງຈີນກັບອາຊຽນ, ອົສຕຣາລີ, ແລະນູແວນເຊລັງຈະມີຫຼາຍກວ່າ 65%. ນອກນີ້, RCEP ຍັງໄດ້ສ້າງມາດຕະຖານທີ່ເປັນເອກະພາບກວ່າເກົ່າ ແລະ ສະພາບແວດລ້ອມດ້ານການຈໍລະຈອນປັດໄຈການຜະລິດທີ່ສະດວກກວ່າເກົ່າ.

ທ່ານທູຊິ່ນຊວນ ຫົວໜ້າສະຖາບັນຄົ້ນຄວ້າອົງການການຄ້າໂລກຈີນຂອງມະຫາວິທະຍາໄລເສດຖະກິດການຄ້າກັບຕ່າງປະເທດກ່າວວ່າ, ຈີນ ຍີ່ປຸ່ນແລະ ປະເທດອາຊຽນ ເປັນຕົ້ນກາຍເປັນປະເທດພາຄີໃນສັນຍາດຽວກັນ, ລະບຽບການດ້ານປະເທດແຫຼ່ງການຜະລິດ, ຂັ້ນຕອນຜ່ານດ່ານ, ການກວດກາ ແລະປ້ອງກັນພະຍາດ, ມາດຕະຖານເຕັກນິກ ແລະອື່ນໆຈະເປັນເອກະພາບກັນ, ນີ້ຈະສ້າງສະພາບແວດລ້ອມດ້ານທຸລະກິດທີ່ມີຄຸນນະພາບທີ່ໝັ້ນທ່ຽງ ເສລີ ສະດວກ ແລະ ເຊື່ອມໂຍງເຊື່ອມຈອດກັນໃຫ້ກັບວິສາຫະກິດຂອງປະເທດຕ່າງໆ.