ກຳ​ປູ​ເຈຍມອບ​ຫຼຽນ​ໄຊ​ໃຫ້​ໜ່ວຍງານ​ຜູ້​ຊ່ຽວ​ຊານດ້ານ​ການ​ທະ​ຫານຂອງ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ

CRI, January 6, 2022
Size:

ກຳປູເຈຍມອບຫຼຽນໄຊໃຫ້ໜ່ວຍງານຜູ້ຊ່ຽວຊານດ້ານການທະຫານຂອງຈີນທີ່ໄປຊ່ວຍເຫຼືອກຳປູເຈຍ_fororder_3

ກຳປູເຈຍມອບຫຼຽນໄຊໃຫ້ໜ່ວຍງານຜູ້ຊ່ຽວຊານດ້ານການທະຫານຂອງຈີນທີ່ໄປຊ່ວຍເຫຼືອກຳປູເຈຍ_fororder_4

     ວັນທີ 5 ມັງກອນນີ້, ຢູ່ນະຄອນຫຼວງພະນົມເປັນ, ກອງທະຫານຮັກສາພະອົງຂອງກຳປູເຈຍໄດ້ຈັດພິທີມອບຫຼຽນໄຊໃຫ້ໜ່ວຍງານຜູ້ຊ່ຽວຊານຈາກໂຮງຮຽນກອງທັບປົດປ່ອຍປະຊາຊົນຈີນທີ່ໄປຊ່ວຍເຫຼືອກຳປູເຈຍງວດທີ 12, ເພື່ອສະແດງຄວາມຍ້ອງຍໍຊົມເຊີຍການປະກອບສ່ວນຂອງໜ່ວຍງານຜູ້ຊ່ຽວຊານດັ່ງກ່າວໃນການສ້າງສາພັດທະນາໂຮງຮຽນທະຫານບົກຂອງກອງທະຫານຮັກສາພະອົງຂອງກຳປູເຈຍ.

     ທ່ານວົງປີໄຊ ຜູ້ບັນຊາການສູງສຸດ ທ່ານໂມຢຸນ ຮອງຫົວໜ້າເສນາທິການປະສົມທັງເປັນຫົວໜ້າໂຮງຮຽນທະຫານບົກຂອງກອງທະຫານຮັກສາພະອົງຂອງກຳປູເຈຍ ທ່ານຈູ່ຊ້ວຍເຟີ່ຍ ຮອງທີ່ປຶກສາການທະຫານສະຖານທູດຈີນປະຈຳກຳປູເຈຍ ແລະທ່ານອື່ນໆໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ກຳປູເຈຍມອບຫຼຽນໄຊໃຫ້ໜ່ວຍງານຜູ້ຊ່ຽວຊານດ້ານການທະຫານຂອງຈີນທີ່ໄປຊ່ວຍເຫຼືອກຳປູເຈຍ_fororder_5

     ໃນພິທີມອບຫຼຽນໄຊ, ທ່ານວົງປີໄຊກ່າວວ່າ: ໃນຫຼາຍປີມານີ້, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງກອງທັບສອງປະເທດກຳປູເຈຍແລະຈີນໄດ້ດຳເນີນໄປຢ່າງສະດວກແລະໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ, ກອງທັບຈີນໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການປັບປຸງແລະຝຶກອົບຮົມຜູ້ມີຄວາມຮູ້ຄວາມສາມາດໃຫ້ກອງທັບກຳປູເຈຍ, ກຳປູເຈຍຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບເລື່ອງນີ້, ແລະຈະພະຍາຍາມສຸດຂີດເພື່ອຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງກອງທັບກຳປູເຈຍແລະຈີນໃຫ້ໄດ້ຮັບການຂະຫຍາຍຕົວໃຫຍ່ຫຼວງກວ່າເກົ່າ.

     ທ່ານຈູ່ຊ້ວຍເຟີ່ຍ ຮອງທີ່ປຶກສາການທະຫານສະຖານທູດຈີນປະຈຳກຳປູເຈຍກ່າວວ່າ: ລັດຖະບານແລະກອງທັບຈີນຈະເຮັດຄືທີ່ໄດ້ເຮັດຜ່ານມາເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອແລະການສະໜັບສະໜູນແກ່ລັດຖະບານແລະກອງທັບກຳປູເຈຍຕາມຄວາມສາມາດຂອງຕົນ. ກອງທັບປົດປ່ອຍປະຊາຊົນຈີນຈະເປັນເພື່ອນມິດທີ່ຮ່ວມແຮງຮ່ວມໃຈກັບປະຊາຊົນແລະກອງທະຫານຮັກສາພະອົງຂອງກຳປູເຈຍຕະຫຼອດໄປ.

ກຳປູເຈຍມອບຫຼຽນໄຊໃຫ້ໜ່ວຍງານຜູ້ຊ່ຽວຊານດ້ານການທະຫານຂອງຈີນທີ່ໄປຊ່ວຍເຫຼືອກຳປູເຈຍ_fororder_6