ອັດ​ຕາ​ການກວດ​ພົບເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ຜົນບວກ​ຂອງ​ນັກ​ທ່ອ​ງ​ທ່ຽວ​ທີ່​ໄປ​ທ່ຽວ​ໄທ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່

CRI, January 5, 2022
Size:

ອັດຕາການກວດພົບເຊື້ອພະຍາດໂຄວິດ-19 ເປັນຜົນບວກຂອງນັກທ່ອງທ່ຽວທີ່ໄປທ່ຽວໄທໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນມື້ທຳອິດຂອງປີໃໝ່.

ວັນທີ 2 ມັງກອນນີ້, ສູນຄວບຄຸມພະຍາດໂຄວິດ-19 ໄທແຈ້ງໃຫ້ຊາບວ່າ: ວັນທີ 1 ມອງກັນນີ້, ມີນັກທ່ອງທ່ຽວຕ່າງປະເທດ 7585 ຄົນໄດ້ເຂົ້າສູ່ປະເທດໄທ ເຊິ່ງ ໃນກຸ່ມຄົນນີ້ ໄດ້ກວດພົບມີ 148 ຄົນໄດ້ຕິດເຊື້ອພະຍາດໂຄວິດ-19, ກວມເອົາ 1,95%. ນີ້ແມ່ນມື້ທີ່ມີອັດຕາສູງສຸດໃນການກວດພົບຜູ້ເປັນພະຍາດໃນກຸ່ມຄົນນັກທ່ອງທ່ຽວທີ່ເຂົ້າສູ່ປະເທດໄທ ນັບແຕ່ວັນທີ 1 ພະຈິກປີ 2021 ທີ່ໄທເປີດປະເທດແລະຟື້ນຟູການຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເປັນຕົ້ນມາ.

ອັດຕາຜົນກວດເປັນບວກໃນວັນທີ 1 ມັງກອນນີ້, ເມື່ອທຽບກັບອັດຕາຜົນກວດເປັນບວກສະເລ່ຍໃນເດືອນພະຈິກປີຜ່ານມາ ຄືເປັນ 0,13% ແລ້ວ, ໄດ້ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ, ສ່ວນອັດຕາຜົນກວດເປັນບວກສະເລ່ຍໃນເດືອນທັນວາປີຜ່ານມາແມ່ນ 0,45%.