ນັບ​ແຕ່​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ການ​ນຳ​ໃຊ້​ຄົບ​ຮອບ​ 1 ເດືອນ​ໄດ້​ຮັບ​ຜົນ​ງານ​ທີ່​ໜ້າ​ຊົມ​ເຊີຍ ໄດ້ເລັ່ງ​ສ້າງ​ເສັ້ນ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ອັນ​ໃໝ່​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ

CRI, January 5, 2022
Size:

ກຸ່ມບໍລິສັດເສັ້ນທາງລົດໄຟແຫ່ງຊາດຈີນໃຫ້ຮູ້ວ່າ, ວັນທີ 3 ມັງກອນນີ້ຄື ວັນຄົບຮອບ 1 ເດືອນທີ່ເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ໃນ 1 ເດືອນທີ່ຜ່ານມາ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 670.000 ເທື່ອຄົນ, ຂົນສົ່ງສິນຄ້າໄດ້ 170.000 ໂຕນ, ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າລ້ວນແຕ່ມີທ່າອຽງເພີ່ມຂຶ້ນ, ເຊິ່ງຖືວ່າເປັນຜົນງານທີ່ໜ້າຊົມເຊີຍ, ໄດ້ກະຕຸກຊຸກຍູ້ເສດຖະກິດ ແລະ ການທ່ອງທ່ຽວລຽບຕາມເສັ້ນທາງລົດໄຟຢ່າງແຂງແຮງ, ໄດ້ເລັ່ງສ້າງ ເສັ້ນທາງຈໍລະຈອນສິນຄ້າອັນໃໝ່ລະຫວ່າງຈີນແລະອາຊຽນ, ທັງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການປັບປຸງເງື່ອນໄຂການເດີນທາງຂອງປະຊາຊົນສອງຊາດຈີນ-ລາວ, ຊຸກຍູ້ຮອບໝູນວຽນດ້ານເສດຖະກິດພາບໃນປະເທດ ແລະສາກົນໃຫ້ໂລ່ງລ່ຽນ, ແລະຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວ.

ເສັ້ນທາງລົດໄຟລາວ-ຈີນມີຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ, ມີປະສິດທິພາບສູງ, ແລະມີຄວາມສະດວກວ່ອງໄວ, ຈຶ່ງໄດ້ກາຍເປັນທາງເລືອກອັນດັບໜຶ່ງສຳລັບການເດີນທາງຂອງປະຊາຊົນລຽບຕາມເສັ້ນທາງລົດໄຟສາຍນີ້, ຈຳນວນຜູ້ໂດຍສານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ນັບແຕ່ການເປີດນຳໃຊ້ເປັນເວລາ 1 ເດືອນເປັນຕົ້ນມາ, ຢູ່ຕາມເສັ້ນທາງລົດໄຟຈີນ-ລາວຕອນປະເທດຈີນ, ຈຳນວນຂົນສົ່ງຜູ້ໂດຍສານໃນມື້ດຽວໄດ້ເພີ່ມຂຶ້ນຈາກ 19.000 ເທື່ອຄົນໃນຕອນຫາກໍ່ເປີດການນຳໃຊ້ ເພີ່ມຂຶ້ນເປັນ 33.000 ເທື່ອຄົນໃນມື້ທີ່ມີຈຳນວນຜູ້ໂດຍສານຫຼາຍທີ່ສຸດ, ລວມທັງໝົດໄດ້ຂົນສົ່ງຜູ້ໂດຍສານ 620.000 ເທື່ອຄົນ. ຢູ່ຕອນປະເທດລາວ, ຈຳນວນຂົນສົ່ງຜູ້ໂດຍສານໃນມື້ດຽວຂອງຂະບວນ “ລ້ານຊ້າງ” ໄດ້ເພີ່ມຈາກ 1.000 ຄົນໃນຕອນຫາກໍເປີດການນຳໃຊ້ ເພີ່ມຂຶ້ນເປັນ 2.600 ກວ່າເທື່ອຄົນ ໃນມື້ທີ່ມີຈຳນວນຜູ້ໂດຍສານຫຼາຍທີ່ສຸດ, ລວມທັງໝົດແລ້ວໄດ້ຂົນສົ່ງຜູ້ໂດຍສານ 5 ໝື່ນເທື່ອຄົນ, ເຊິ່ງໄດ້ກະຕຸກຊຸກຍູ້ເສດຖະກິດ ແລະ ການທ່ອງທ່ຽວລຽບຕາມເສັ້ນທາງລົດໄຟສາຍນີ້ຢ່າງແຂງແຮງ, ແລະດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາຂີ່ລົດໄຟໄປທ່ຽວແຫຼ່ງທ່ອງທ່ຽວຕ່າງໆ.

ເສັ້ນທາງລົດໄຟລາວ-ຈີນຍັງໄດ້ສ້າງເສັ້ນທາງຈໍລະຈອນສິນຄ້າທີ່ສະດວກວ່ອງໄວຢູ່ລະຫວ່າງຈີນ ແລະອາຊຽນ, ເພີ່ມກຳລັງຂັບເຄື່ອນອັນໃໝ່ໃຫ້ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະອາຊຽນ, ເຮັດໃຫ້ວິສາຫະກິດຫຼາຍກວ່າເກົ່າສາມາດຊົມໃຊ້ໂອກາດ ແລະ ຜົນປະໂຫຍດຈາກເສັ້ນທາງລົດໄຟລາວ-ຈີນ. ນັບແຕ່ເປີດການນຳໃຊ້ຢ່າງເປັນທາງການເປັນເວລາ 1 ເດືອນຜ່ານມາ, ໄດ້ມີຂະບວນລົດໄຟຂົນສົ່ງສິນຄ້າ 380 ຖ້ຽວ, ໂດຍຂົນສົ່ງສິນຄ້າ 170.000 ໂຕນ. 10 ກວ່າແຂວງ ແລະກຳແພງນະຄອນຂອງປະເທດຈີນໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າທີ່ໄປສູ່ນະຄອນຫຼວງວຽງຈັນ ແລະ ຕົວເມືອງອື່ນໆຂອງປະເທດລາວ, ປະເພດສິນຄ້າກໍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັບການເກີດມີຜົນບັງຄັບໃຊ້ຂອງສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP, ປະລິມານຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟລາວ-ຈີນຈະເພີ່ມຂຶ້ນຢ່າງໝັ້ນທ່ຽງ.