“ປຶ້ມບັນທຶກເລື່ອງລາວຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ນໍາອອກຈໍາໜ່າຍເປັນຄັ້ງທໍາອິດ

lmcchina.org, January 4, 2022
Size:

 “ປຶ້ມບັນທຶກເລື່ອງລາວຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ນໍາອອກຈໍາໜ່າຍເປັນຄັ້ງທໍາອິດ ຢ່າງເປັນທາງການ. ປຶ້ມບັນທຶກດັ່ງກ່າວ ແມ່ນສໍານັກພິມການສຶກສາຢຸນນານເປັນຜູ້ວາງແຜນຈັດພິມ    ແລະ ໄດ້ຮັບການອຸປະຖໍາ ຈາກກອງທຶນສະເພາະກິດຂອງກະຊວງການຕ່າງປະເທດແລະກະຊວງການເງິນສປຈີນທີ່ກ່ຽວກັບການ ຮ່ວມມືລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM).

 “ປຶ້ມບັນທຶກເລື່ອງລາວຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ຈັດເປັນ 9 ພາກ ໂດຍໄດ້ນໍາສະເໜີກ່ຽວກັບທັດສະນີຍະພາບທໍາມະຊາດ, ວັດທະນະທໍາມະນຸດ ທີ່ພັນລະນາເປັນ “ທິວທັດໃຫຍ່” ອັນມີການກ່ຽວພັນກັນຢ່າງສະໜິດແໜ້ນທາງດ້ານພູມສາດ ແລະວັດທະນະທໍາຂອງ 6 ປະເທດ LM   ພ້ອມທັງມີການອະທິບາຍຢ່າງຊັດເຈນ ຖືກຕ້ອງ ຄົບຖ້ວນ ຮອບດ້ານ ແລະ ມີຊີວິດຊີວາດ້ວຍ ຕົວໜັງສືຂອງ 6 ປະເທດ ຄື: ຕົວໜັງສື ຈີນ, ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ, ເຊິ່ງ ເໝືືອນດັ່ງໄດ້ພານັກອ່ານຂຶ້ນຂະບວນລົດດ່ວນ” ໄປທ່ຽວ ຫົກປະເທດ LM ເພື່ອໄປສໍາຜັດກັບບັນຍາກາດຂອງຍຸກສະໄໝ.  

 “ປຶ້ມບັນທຶກເລື່ອງລາວຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ເລົ່າເລື່ອງປະຫວັດສາດ ແລະ ວັດທະນະທຳຂອງລ້ອງ LM ໃນມູມມອງອັນກວ້າງຂວາງ ແລະ ໄດ້ສື່ສານເຖິງຄວາມຫ້າວຫັນສູ້ຊົນເພື່ອຄວາມກ້າວໜ້າຂອງອະນຸພາກພື້ນ LM ດ້ວຍທ່ວງທໍານອງລະອຽດອ່ອນ ທັງໄດ້ເລົ່າເຖິງການໄປມາຫາສູ່ກັນ ແລະ ຄວາມຮັກແພງມິດຕະພາບລະຫວ່າງ 6 ປະເທດ, ຊີ້ໃຫ້ເຫັນເຖິງຫົວຂໍ້ທີ່ “ດື່ມນໍ້າແມ່ນໍ້າສາຍນໍ້າດຽວກັນ ແລະ ຮ່ວມຊາຕາກໍານຳກັນຢ່າງໝັ້ນໝາຍຂອງຫົກປະເທດຢ່າງຊັດເຈນ.ພ້ອມກັນນັ້ນ, ປຶ້ມດັ່ງກ່າວຍັງໄດ້ເອົາປຶ້ມສອງສະບັບ ຄື ສະບັບພາສາຈີນແລະສະບັບພາສາລາວ, ຈີນ-ໄທ, ຈີນ-ມຽນມາ, ຈີນ-ຫວຽດນາມ, ຈີນ-ກຳປູເຈຍ ຫຍິບເປັນເຫຼັ້ມດຽວດ້ວຍການເຮັດເປັນແຜ່ນພັບທີ່ສາມາດດຶງຖອດອອກໄດ້, ເຊິ່ງໄດ້ບົ່ງບອກເຖິງບັນດາປະເທດ LM ມີຄວາມສາມັກຄີຮ່ວມແຮງຮ່ວມໃຈກັນແລະຈັບມືກັນກ້າວໄປໜ້າພ້ອມກັນ.