ການຮ່ວມ​ກັນ​ລາດ​ຕະ​ເວນ​​ເພື່ອປະ​ຕິ​ບັດ​ກົດ​ໝາຍ​ຕາມ​ລຳ​ແມ່​ນ້ຳ​ຂອງ​ໃນ​ປີ 2021 ໄດ້​ແກ້ໄຂ 8325 ​ຍຶດ​ໄດ້​ຢາ​ເສບ​ຕິດຫຼາຍກວ່າ 34 ​ໂຕນ

CRI, January 4, 2022
Size:

ການຮ່ວມກັນລາດຕະເວນເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງໃນປີ 2021 ໄດ້ແກ້ໄຂ 8325 ຍຶດໄດ້ຢາເສບຕິດຫຼາຍກວ່າ 34 ໂຕນ_fororder_微信图片_20220101144416

ປີ 2021, ກອງລາດຕະເວນເທິງນ້ຳຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນ ໄດ້ຮ່ວມກັບ ພາກສ່ວນປະຕິບັດກົດໝາຍຂອງລາວ ມຽນມາ ແລະ ໄທສືບຕໍ່ດຳເນີນການເຄື່ອນໄຫວຮ່ວມ, ເພື່ອຕໍ່ຕ້ານອາຊະຍາກຳຂ້າມຊາດຕ່າງໆ, ເຊັ່ນ, ການຄ້າຂາຍຢາເສບຕິດ, ລັກຂ້າມຊາຍແດນ, ການຄ້າເຖື່ອນ, ການສໍ້ໂກງທາງໂທລະຄົມ, ການພະນັນທາງອິນເຕີເນັດ ແລະອື່ນໆ,ການຮ່ວມກັນລາດຕະເວນເພື່ອປະຕິບັດກົດໝາຍໄດ້ມີກຳລັງນາບຂູ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ແຕ່ຕົ້ນປີ 2021 ເປັນຕົ້ນມາ, ພາກສ່ວນປະຕິບັດກົດໝາຍຂອງຈີນ ລາວ ມຽນມາ ແລະ ໄທໄດ້ແກ້ໄຂຄະດີຊະນິດຕ່າງໆລວມທັງໝົດ 8325ຄະດີ, ຈັບໄດ້ຜູ້ຕ້ອງຫາ 8043 ຄົນ, ຍຶດໄດ້ຢາເສບຕິດຊະນິດຕ່າງໆ 34,43 ໂຕນ, ແລະປືນ 11 ກະປອກ.