RCEP ເກີດມີ​ຜົນ​ບັງ​ຄັບ​ໃ​ຊ້​ຢ່າງ​ເປັນ​ທາງ​ການ ຈີນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ ແລະ ພັນ​ທະ​ຢ່າງ​ຮອບ​ດ້ານ

CRI, January 4, 2022
Size:

ວັນທີ 1 ມັງກອນປີ 2022, ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ. 6 ປະເທດອາຊຽນ ຄື ລາວ, ຫວຽດນາມ, ກຳປູເຈຍ, ໄທ, ສິງກະໂປ, ແລະບຣູໄນ, ກໍຄື 4 ປະເທດທີ່ບໍ່ແມ່ນສະມາຊິກອາຊຽນ ຄື ຈີນ, ຍີ່ປຸ່ນ, ນູແວນເຊລັງ ແລະ ອົສຕຣາລີໄດ້ເລີ່ມປະຕິບັດຕາມສັນຍາດັ່ງກ່າວຢ່າງເປັນທາງການ. 

ການມີຜົນບັງຄັບໃຊ້ຂອງ RCEP, ເປັນຂີດໝາຍສະແດງໃຫ້ເຫັນວ່າ ເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດ, ມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ, ມີກຳລັງບົ່ມຊ້ອນດ້ານການພັດທະນາຫຼາຍທີ່ສຸດໃນໂລກໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ແລະສະແດງໃຫ້ເຫັນເຖິງຄວາມໝັ້ນໃຈ ແລະ ຄວາມຕັດສິນໃຈຂອງຝ່າຍຕ່າງໆທີ່ຢາກຮ່ວມກັນຮັກສາລັດທິຫຼາຍຝ່າຍແລະການຄ້າເສລີ ກໍຄືຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ, ຈະປະກອບສ່ວນອັນສຳຄັນເຂົ້າໃນການເຕີບໂຕດ້ານການຄ້າ ແລະການລົງທຶນ, ຟື້ນຟູເສດຖະກິດ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງທົ່ວໂລກ.

ເຈົ້າໜ້າທີ່ກະຊວງການຄ້າຈີນໄດ້ກ່າວວ່າ, ຄຽງຄູ່ກັບການເກີດມີຜົນບັງຄັບໃຊ້ຢ່າງເປັນທາງການຂອງ RCEP, ຄື ນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ, ຈີນຈະປະຕິບັດຕາມຄຳໝັ້ນສັນຍາ ແລະພັນທະທັງໝົດທີ່ລະບຸໄວ້ໃນສັນຍາ RCEP ຢ່າງຮອບດ້ານ, ເຊິ່ງລວມທັງການໃຊ້ມາດຕະການປອດພາສີຕໍ່ຜະລິດຕະພັນຈຳນວນຫຼວງຫຼາຍໃນທັນທີ.