ບົດ​ອວຍ​ພອນ​ປີ​ໃໝ່ 2022​ຂອງ​ທ່ານ​ສີ​ຈິ້ນ​ຜິງ

CRI, January 1, 2022
Size:

ບົດອວຍພອນປີໃໝ່ 2022

ໂດຍ: ທ່ານ ສີຈິ້ນຜິງ

ວັນທີ 31 ທັນວາ 2021

ບົດອວຍພອນປີໃໝ່ 2022ຂອງທ່ານສີຈິ້ນຜິງ_fororder_微信图片_20211231205150

ບັນດາສະຫາຍ ເພື່ອນມິດທີ່ເຄົາລົບ, ທ່ານຍິງແລະທ່ານຊາຍທີ່ຮັກແພງ

ສະບາຍດີ ທຸກທ່ານ. ປີ 2022 ໃກ້ຈະໝູນວຽນມາເຖິງນີ້. ຂ້າພະເຈົ້າຢູ່ນະຄອນຫຼວງປັກກິ່ງ ຂໍສົ່ງພອນໄຊອັນປະເສີດໃນຍາມປີໃໝ່ມາຍັງບັນດາທ່ານ.

ເມື່ອຫວນຄືນປີທີ່ຜ່ານມາ ຖືວ່າເປັນປີໜຶ່ງທີ່ມີຄວາມໝາຍບໍ່ທຳມະດາ. ພວກເຮົາໄດ້ເປັນສັກຂີພິຍານໃຫ້ກັບຫຼາຍເຫດການເດັ່ນໆ ທີ່ມີຄວາມໝາຍເປັນຫຼັກໝາຍໃນປະຫວັດສາດຂອງພັກ ແລະ ປະເທດຊາດ. ພວກເຮົາໄດ້ເຮັດສຳເລັດເປົ້າໝາຍສູ້ຊົນຄົບຮອບ 100 ປີ ເຫດການທີໜຶ່ງ ແລະ ພວມກ້າວໄປສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 2, ພວກເຮົາໄດ້ເລີ່ມການເດີນທາງຄັ້ງໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ແລະພວມກ້າວເດີນໄປຂ້າງໜ້າບົນເສັ້ນທາງແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຂະຫຍັນຫ້າວຫັນ.

ນັບຈາກຕົ້ນປີມາຮອດທ້າຍປີນີ້, ປະຊາຊົນຈີນທັງຫຼາຍໄດ້ເຮັດວຽກຢ່າງຫ້າວຫັນຢູ່ຕາມໜ້າທີ່ຕຳແໜ່ງຂອງຕົນຄື: ຢູ່ຕາມນາສວນ, ຢູ່ໃນວິສາຫະກິດ, ຢູ່ເຂດຊຸມຊົນ, ຢູ່ໂຮງຮຽນ, ໂຮງໝໍ, ຄ້າຍທະຫານ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະອື່ນໆ…ທຸກຄົນໄດ້ທຸ້ມເຫື່ອເທແຮງ ມີການປະກອບສ່ວນ ແລະກໍໄດ້ຮັບຜົນງານເຊັ່ນກັນ. ໃນການເວລາທີ່ຜ່ານພົ້ນໄປຢ່າງວ່ອງໄວ, ພວກເຮົາໄດ້ເຫັນ ແລະໄດ້ສຳຜັດເຖິງປະເທດຈີນ ທີ່ມີຄວາມມານະອົດທົນ ແລະມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມ. ເຊິ່ງຢູ່ໃນປະເທດຈີນນີ້ ມີປະຊາຊົນທີ່ໜ້າເຄົາລົບຮັກ, ມີການພັດທະນາທີ່ວ່ອງໄວ ແລະມີພາລະກິດທີ່ສືບທອດມາແຕ່ປະຫວັດສາດ.

ວັນທີ 1 ກໍລະກົດ ພວກເຮົາໄດ້ສະເຫຼີມສະຫຼອງການສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ. ເມື່ອຢືນຢູ່ເທິງຫໍໄຊທຽນອ່ານເມີນ ຂ້າພະເຈົ້າມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ, ປະຫວັດສາດທີ່ຜ່ານມາ ແມ່ນເຕັມໄປດ້ວຍຄວາມລະອິດລະອ້ຽວ, ແຕ່ພັກກອມມູນິດຈີນໄດ້ນຳພາປະຊາຊົນນັບເປັນຫຼາຍຮ້ອຍລ້ານຄົນ ຜ່ານຜ່າຄວາມທຸກຍາກຕ່າງໆນານາ, ເຖິງຈະພົບອຸປະສັກຫຼາຍຢ່າງກໍບໍ່ທໍ້ຖອຍ, ເຖິງຈະພົບຄວາມອັນຕະລາຍນັບເປັນໝື່ນຢ່າງກໍບໍ່ປ່ຽນອຸດົມການແຕ່ຫົວທີ, ແລ້ວຈຶ່ງສາມາດປະສົບຜົນສຳເລັດໄດ້ໃນການສ້າງພັກໃຫຍ່ທີ່ສະຫງ່າຜ່າເຜີຍ. ເມື່ອບໍ່ລືມອຸດົມການແຕ່ຫົວທີ, ຈິ່ງຈະປະສົບຜົນສຳເລັດໄດ້ໃນທີ່ສຸດ. ພວກເຮົາມີແຕ່ບຸກບືນສູ້ຊົນຢ່າງຫ້າວຫັນ, ມີແຕ່ມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍເທົ່ານັ້ນ, ຈິ່ງສາມາດບໍ່ໃຫ້ປະຫວັດສາດຜິດຫວັງ, ບໍ່ໃຫ້ຍຸກສະໄໝຜິດຫວັງ ແລະບໍ່ໃຫ້ປະຊາຊົນຜິດຫວັງ.

ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ຮັບຮອງເອົາມະຕິຄັ້ງປະຫວັດສາດຂອງພັກສະບັບທີສາມ. ຜົນງານທີ່ໄດ້ຮັບໃນຮອບຮ້ອຍປີຜ່ານມາ ເຮັດໃຫ້ພວກເຮົາຮູ້ສຶກກະຕຸ້ນໃຈ, ບົດຮຽນທີ່ໄດ້ຮັບໃນຮອບຮ້ອຍປີນັ້ນໄດ້ກາຍເປັນແຮງບັນດານໃຈໃຫ້ແກ່ຄົນທັງຫຼາຍ. ຂ້າພະເຈົ້າເຄີຍກ່າວເຖິງການໂອ້ລົມກັນລະຫວ່າງ ປະທານ ເໝົາເຈີຕຸ່ງ ກັບ ທ່ານ ຮວງຢຽນເພີຍຢູ່ໃນເຮືອນແບບຖ້ຳຂອງພູພຽງດິນເຫຼືອງໃນສະໄໝກ່ອນ ໂດຍກ່າວວ່າ ພວກເຮົາມີແຕ່ກ້າປະຕິວັດໂດຍຕົນເອງເທົ່ານັ້ນ ຈຶ່ງຈະສາມາດກຳໄດ້ຄວາມເປັນເຈົ້າການຄັ້ງປະຫວັດສາດ. ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ບໍ່ແມ່ນເລື່ອງທີ່ສາມາດປາກົດຜົນເປັນຈິງໄດ້ຢ່າງງ່າຍດາຍ, ແລະກໍບໍ່ສາມາດປະສົບຜົນສຳເລັດໄດ້ໃນມື້ໜຶ່ງຍາມດຽວ. ພວກເຮົາຕ້ອງຄິດເຖິງໄລຍະເວລາອັນຍາວໄກ, ມີຄວາມຫ່ວງໃຍເຖິງຄວາມສ່ຽງທີ່ແຝງຊ້ອນຢູ່ໃນຍາມທີ່ພວກເຮົາພວມຢູ່ເຢັນເປັນສຸກ, ຕ້ອງຮັກສາຄວາມໝັ້ນໜຽວທາງຍຸດທະສາດ ແລະ ຄວາມມານະອົດທົນຕັ້ງເປົ້າໝາຍທີ່ຍິ່ງໃຫຍ່ ແຕ່ກໍຄວນສຸມໃສ່ແກ້ໄຂບັນຫາທີ່ລະອຽດ.

ໃນເມື່ອເປັນປະເທດໃຫຍ່ນັ້ນ ກໍ່ຕ້ອງມີບັນຫາທີ່ສຳຄັນຂອງຕົນ. ຄວາມຫຍຸ້ງຍາກຕ່າງໆທີ່ສະຫຼັບຊັບຊ້ອນ ເວົ້າເຖິງກົກເຖິງຮາກແລ້ວ ກໍ່ແມ່ນຄວາມຫຍຸ້ງຍາກຂອງປະຊາຊົນທຸກຄົນ. ຂ້າພະເຈົ້າໄດ້ໄປສຳຫຼວດຢູ່ຫຼາຍບ່ອນ, ໄດ້ເຫັນ ແລະ ໄດ້ຍິນສະພາບການບໍ່ໜ້ອຍ, ເຮັດໃຫ້ຂ້າພະເຈົ້າໄດ້ຮັບຮູ້ເຖິງຫຼາຍສິ່ງຢ່າງຫຼາຍ. ທຸກເທື່ອທີ່ໄປຢາມປະຊາຊົນຢູ່ເຮືອນ, ຂ້າພະເຈົ້າມັກຈະຖາມເຖິງຄວາມຫຍຸ້ງຍາກຂອງເຂົາເຈົ້າ, ຄຳຕອບຂອງພໍ່ແມ່ປະຊາຊົນ ຂ້າພະເຈົ້າໄດ້ຈື່ໄວ້ໃນໃຈ.

ເລື່ອງທີ່ປະຊາຊົນຫ່ວງໃຍນັ້ນ ຂ້າພະເຈົ້າຕ້ອງຫ່ວງໃຍເຊັ່ນກັນ; ເລື່ອງທີ່ປະຊາຊົນມຸ້ງຫວັງນັ້ນ ຂ້າພະເຈົ້າກໍ່ຕ້ອງມີການກະທຳ. ຂ້າພະເຈົ້າມາຈາກຊົນນະບົດເຊັ່ນກັນ, ມີຄວາມຮູ້ສຶກອັນເລິກເຊິ່ງເຖິງຄວາມທຸກຍາກ. ໂດຍຜ່ານຄວາມພະຍາຍາມຂອງຫຼາຍເຊັ່ນຄົນຢ່າງຕໍ່ເນື່ອງ, ປະຊາຊົນຜູູ້ທຸກຍາກໃນເມື່ອກ່ອນ ດຽວນີ້ໄດ້ກິນອີ່ມນຸ່ງອຸ່ນແລ້ວ, ເຂົາເຈົ້າໄດ້ເຂົ້າໂຮງຮຽນ, ມີເຮືອນຢູ່, ພ້ອມທັງມີປະກັນໄພດ້ານການປິ່ນປົວພະຍາດ. ການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານໃຫ້ສຳເລັດ ແລະຫຼຸດພົ້ນອອກຈາກຄວາມທຸກຍາກ ແມ່ນຄຳຕອບຂອງພວກເຮົາທີ່ມີຕໍ່ປະຊາຊົນ ແລະກໍ່ເປັນການປະກອບສ່ວນຂອງພວກເຮົາທີ່ມີຕໍ່ໂລກ. ໃນດ້ານການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ພວກເຮົາບໍ່ຄວນເພິ່ງພໍໃຈຕໍ່ຜົນງານທີ່ໄດ້ຮັບໃນປັດຈຸບັນ, ພວກເຮົາຍັງຕ້ອງເດີນທາງອີກຍາວໄກ.

ຄວາມໃສສະອາດຂອງແມ່ນ້ຳເຫຼືອງ ເປັນຄວາມປາດຖະໜາຂອງລູກຫຼານປະຊາຊາດຈີນໃນຫຼາຍພັນປີຜ່ານມາ. ໃນຊຸມປີມໍ່ໆມານີ້, ຂ້າພະເຈົ້າໄດ້ເດີນທາງໄປທັງໝົດ 9 ແຂວງ ແລະ ເຂດປົກຄອງຕົນເອງທີ່ຢູ່ຍ່ານເໜືອ, ຍ່ານກາງ ແລະ ຍ່າງໃຕ້ຂອງແມ່ນ້ຳເຫຼືອງ. ບໍ່ວ່າຈະເປັນແມ່ນ້ຳເຫຼືອງ ແລະ ແມ່ນ້ຳຢາງຊີກຽງ ທີ່ຖືວ່າເປັນແມ່ນ້ຳທີ່ຫຼໍ່ລ້ຽງປະຊາຊາດຈີນກໍຕາມ, ຫຼືວ່າ ໜອງຊິ່ງໄຫທີ່ໃສສະອາດ, ແມ່ນ້ຳຢາລູຈັງໂປທີ່ສະຫງ່າງາມ; ບໍ່ວ່າຈະເປັນໂຄງການສົ່ງນ້ຳຈາກພາກໃຕ້ໄປສູ່ພາກເໜືອ ທີ່ ຖືວ່າເປັນໂຄງການທີ່ມີຄວາມໝາຍໃນສະຕະວັດ, ຫຼືວ່າຈະເປັນ “ແຜນທີ່ສີຂຽວ” ຂອງນິຄົມປ່າໄມ້ໄຊຫັນປາ; ບໍ່ວ່າຈະເປັນເຫດການທີ່ຝູງຊ້າງຂອງແຂວງຢູນນານເຄື່ອນຍ້າຍໄປພາກເໜືອ ແລ້ວກັບຄືນສູ່ພາກໃຕ້,ຫຼືວ່າຈະເປັນເຫດການທີ່ເຍືອງຕິເບດເຄື່ອນຍ້າຍໄປບ່ອນ ອື່ນເພື່ອແຜ່ພັນ...ທັງໝົດເຫຼົ່ານີ້ ລ້ວນແຕ່ສະທ້ອນໃຫ້້ເຫັນວ່າ, ຖ້າມະນຸດເຮົາບໍ່ທຳລາຍພູຂຽວ, ພູຂຽວຍ່ອມຈະນຳເອົາຜົນປະໂຫຍດມາສູ່ຄົນເຮົາຢ່າງແນ່ນອນ.

ໃນປີທີ່ຜ່ານມາ, ຍັງມີສຽງຂອງຈີນ, ເຫດການໃນພິບຕາດຽວຂອງຈີນ ແລະ ເລື່ອງລາວຂອງຈີນທີ່ເຮັດໃຫ້ຄົນລືມຍາກຢ່າງຫຼວງຫຼາຍ. ຄຳປະຕິຍານຕົວຂອງຊາວໜຸ່ມທີ່ວ່າ “ຂໍໃຫ້ພັກໄວ້ວາງໃຈ, ໃນຂະບວນການສ້າງຊາດໃຫ້ເຂັ້ມແຂງນັ້ນຈະມີຂ້ອຍ”, ການບອກເລົ່າດ້ວຍຄວາມດູດດື່ມທີ່ວ່າ “ຄວາມຮັກທີ່ໂປ່ງໃສ ເພື່ອປະເທດຈີນເທົ່ານັ້ນ”; ຍານອະວະກາດ “ຈູ້ຢົງ” ໄປສຳຫຼວດດາວອັງຄານ, ຍານດາວທຽມ “ຊີ່ເຮີ” ໄປສຳຫຼວດດວງອາທິດ ແລະ ສະຖານີອະວະກາດ “ທ່ຽນເຮີ”; ນັກກິລາທັງຫຼາຍບຸກບືນສູ້ຊົນຢ່າງຫ້າວຫັນ;ນັບແຕ່ຂັ້ນເທິງຮອດຂັ້ນລຸ່ມໃນທົ່ວປະ ເທດໄດ້ດຳເນີນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ 19 ຢ່າງເດັດດ່ຽວ ແລະ ແຂງແຮງ; ປະຊາຊົນຜູ້ປະສົບໄພທຳມະຊາດ ໄດ້ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ໄດ້ສ້າງບ້ານແປງເມືອງຄືນໃໝ່; ນາຍ ແລະ ພົນທະຫານຂອງກອງທັບປົດປ່ອຍປະຊາຊົນ ແລະ ກອງຕຳຫຼວດປະກອບອາວຸດ ໄດ້ຝຶກຊ້ອມຢ່າງທໍລະຫົດອົດທົນເພື່ອສ້າງກອງທັບ ແລະ ກອງຕຳຫຼວດໃຫ້ເຂັ້ມແຂງແລະປ້ອງກັນປະເທດຊາດ.....ວິລະຊົນທຳມະດານັບບໍ່ ຖ້ວນໄດ້ບຸກບືນສູ້ຊົນ ເຊິ່ງໄດ້ເຕົ້າໂຮມກັນກາຍເປັນພະລັງແຮງຫຼັກແຫຼ່ງແຫ່ງການກ້າວເດີນໄປຂ້າງໜ້າຢ່າງອົງອາດກ້າຫານຂອງຈີນໃນຍຸກໃໝ່.

ຍາມໃດ, ແຜ່ນດິນໃຫຍ່ປະເທດຊາດ ກໍໄດ້ເອົາໃຈໃສ່ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງຮົງກົງ ແລະ ມາເກົ໊າ ຕະຫຼອດມາ. ມີພຽງແຕ່ຮ່ວມມື ແລະ ພະຍາຍາມຮ່ວມກັນເທົ່ານັ້ນ, ທິດທາງ “ປະເທດດຽວສອງລະບອບ” ຈຶ່ງຈະໄດ້ຮັບການປະຕິບັດຢ່າງໝັ້ນທ່ຽງ ແລະ ຍາວນານ. ການບັນລຸການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນຢ່າງສົມບູນ ແມ່ນຄວາມປາດຖະໜາຮ່ວມກັນຂອງພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບ. ມີຄວາມປາດຖະໜາຢ່າງຈິງໃຈໃຫ້ລູກຫຼານປະຊາຊາດຈີນທຸກຖ້ວນໜ້າຈົ່ງເກາະ ແຂນກັນກ້າວໄປໜ້າ, ຮ່ວມກັນສ້າງອະນາຄົດອັນສົດໃສສວຍງາມຂອງປະຊາຊາດຈີນ.

ໃນເວລາຂ້າພະເຈົ້າພົບປະກັບຜູ້ນຳຕ່າງປະເທດ ແລະ ຜູ້ຮັບຜິດຊອບຂອງອົງການຈັດຕັ້ງສາກົນຜ່ານທາງໂທລະສັບ ຫຼື ວິດີໂອ, ພວກເພິ່ນໄດ້ຍ້ອງຍໍສັນລະເສີນຫຼາຍເທື່ອຕໍ່ປະເທດຈີນ ທີ່ໄດ້ປະກອບສ່ວນເພື່ອ ຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ເພື່ອການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃນທົ່ວໂລກ. ມາຮອດປັດຈຸບັນ, ລວມທັງໝົດແລ້ວ ຈີນໄດ້ສະໜອງວັກຊີນຕ້ານໂຄວິດ 19 ໃນຈຳນວນ 2 ຕື້ຫຼອດໃຫ້ແກ່ 120 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ. ມີແຕ່ບັນດາປະເທດໃນໂລກຮ່ວມກັນຜ່ານຜ່າຟ້າຝົນລົມແດງ, ສາມັກຄີຮ່ວມມືກັນເທົ່ານັ້ນ ຈຶ່ງຈະສາມາດຂຽນໜ້າປະຫວັດສາດໃໝ່ຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້.

ຍັງອີກໜຶ່ງເດືອນປາຍເທົ່ານັ້ນ, ງານມະຫາກຳກິລາໂອລິມປິກລະດູໜາວ ແລະ ງານມະຫາກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ກໍຈະໄຂຂຶ້ນ. ການທີ່ເຮັດໃຫ້ຄົນຫຼາຍກວ່າເກົ່າເຂົ້າຮ່ວມກິລານ້ຳກ້າມແລະຫິມະ ແມ່ນຄວາມໝາຍຂອງກິລາໂອລິມປິກ. ພວກເຮົາຈະທຳຄວາມພະຍາມຢ່າງສຸດຂີດເພື່ອຈັດງານກິລາໂອລິມປິກທີ່ໜ້າຊົມຄັ້ງໜຶ່ງ. ໂລກມີຄວາມຫວັງຕໍ່ປະເທດຈີນ, ປະເທດຈີນໄດ້ກຽມພ້ອມແລ້ວ.

ສຽງລະຄັງປີໃໝ່ໃກ້ຈະດັງຂຶ້ນ. ນັກບິນອະວະກາດຂອງປະເທດພວກເຮົາພວມເຮັດວຽກຢູ່ເທິງອະວະກາດ, ພີ່ນ້ອງຮ່ວມຊາດທີ່ຢູ່ພົ້ນທະເລ ຍັງພວມເຮັດວຽກຢ່າງຫ້າວຫັນຢູ່, ພະນັກງານຂອງສະຖານທູດ, ສະຖານກົງສຸນ ແລະ ວິສາຫະກິດຂອງຈີນປະຈຳຕ່າງປະເທດ ແລະ ນັກສຶກສາຈີນຈຳນວນມະຫາສານທີ່ີຮຽນຢູ່ຕ່າງປະເທດຍັງພວມຍຶດໝັ້ນຢ່າງກ້າຫານຢູ່, ຜູ້ໄລ່ຕາມຄວາມຝັນນັບບໍ່ຖ້ວນຍັງພວມບຸກບືນສູ້ຊົນຢູ່. ຂ້າພະເຈົ້າຂໍສະແດງຄວາມອວຍພອນປີໃໝ່ດ້ວຍຄວາມຈິງໃຈມາຍັງບັນດາທ່ານ.

ພວກເຮົາຈົ່ງຮ່ວມກັນກ້າວໄປສູ່ອະນາຄົດ! ຂໍອວຍພອນໃຫ້ປະເທດຊາດຈົ່ງມີຄວາມສະຫງົບ ປະຊາຊົນຢູ່ເຢັນເປັນສຸກ!