ໃນ​ພາກ​ພື້ນRCEP ການ​ຄ້າ​ສິນ​ຄ້າຫຼາຍກວ່າ 90% ຈະ​ປອດ​ພາ​ສີ​ເທື່ອ​ລະ​ກ້າວ

CRI, December 31, 2021
Size:

ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຈະມີຜົນບັງຄັບໃຊ້ຢ່າງເປັນທາງການກັບ 10 ປະເທດ ຄື: ຈີນ, ລາວ, ກຳປູເຈຍ, ໄທ, ຫວຽດນາມ, ສິງກະໂປ, ບຣູໄນ, ຍີ່ປຸ່ນ, ນູແວນເຊລັງ ແລະ ອົສຕຣາລີນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ. ສ່ວນສ.ເກົາຫຼີກໍຈະປະຕິບັດສັນຍາດັ່ງກ່າວ ເລີ່ມແຕ່ວັນທີ 1 ກຸມພາປີ 2022 ເປັນຕົ້ນໄປ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຄ້າຈີນໃນຕອນບ່າຍວັນທີ 30 ທັນວາ 2021 ນີ້, ທ່ານກ່າວເຟີ່ງ ໂຄສົກກະຊວງການຄ້າຈີນກ່າວວ່າ, ເມື່ອRCEP ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວຈະນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ວິສາຫະກິດ ແລະ ຜູ້ບໍລິໂພກໃນພາກພື້ນ ເຊິ່ງລວມທັງປະເທດຈີນ.

ທ່ານກ່າວເຟີ່ງກ່າວວ່າ, ໃນນະໂຍບາຍພິເສດດ້ານພາສີ, ຫຼັງຈາກສັນຍາດັ່ງກ່າວມີຜົນບັງຄັບໃຊ້ແລ້ວ, ການຄ້າສິນຄ້າຫຼາຍກວ່າ 90% ຈະປອດພາສີເທື່ອລະກ້າວ. ໂດຍຜ່ານຈາກນະໂຍບາຍພິເສດດ້ານພາສີ, ວິສາຫະກິດພາຍໃນພາກພື້ນສາມາດຫຼຸດຕົ້ນທຶນໃນການຜະລິດໃຫ້ຕ່ຳລົງຢ່າງພົ້ນເດັ່ນ, ຜູ້ບໍລິໂພກສາມາດຊົມໃຊ້ຜະລິດຕະພັນທີ່ມີລາຄາຖືກ ແລະ ຄຸນນະພາບດີຫຼາຍກວ່າເກົ່າ. 

ໃນດ້ານການຄ້າການບໍລິການ, ປະເທດພາສີໃນສັນຍາRCEP ໄດ້ໃຫ້ຄຳໝັ້ນສັນຍາໂດຍລວມວ່າ ຈະເປີດຂະແໜງການການຄ້າການບໍລິການຫຼາຍກວ່າ 100 ຂະແໜງ, ເຊິ່ງກວມເອົາການເງິນ, ໂທລະຄົມ, ຄົມມະນາຄົມ, ການທ່ອງທ່ຽວ, ການຄົ້ນຄວ້າພັດທະນາເຕັກນິກ ແລະອື່ນໆ, ທັງໃຫ້ຄຳໝັ້ນສັນຍາວ່າ: ຫຼັງຈາກສັນຍາມີຜົນບັງຄັບໃຊ້ເປັນເວລາ 6 ປີແລ້ວຈະຫັນມາອະນຸຍາດໃຫ້ລົງທຶນຢ່າງຮອບດ້ານ, ແລະຍົກສູງລະດັບການເປີດປະຕູສູ່ພາຍນອກຕື່ມອີກ. ການຄ້າເອເລັກໂຕຼນິກຂ້າມຊາດ, ການເງິນອິນເຕີເນັດ, ການປະຕິບັດງານອອນລາຍ, ການສຶກສາອອນລາຍ, ການບົ່ງມະຕິອອນລາຍ, ງານຕະຫຼາດນັດອອນລາຍ ແລະ ຮູບແບບທຸລະກິດໃໝ່ອື່ນໆຈະມີໂອກາດການພັດທະນາອັນໃຫຍ່ຫຼວງກວ່າເກົ່າ, ທັງຈະນຳເອົາຜົນປະໂຫຍດຕົວຈິງ ແລະ ຄວາມສະດວກຫຼາຍກວ່າເກົ່າມາໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນນີ້.

ໃນຂໍ້ກຳນົດກ່ຽວກັບຖິ່ນກຳເນີດຂອງສິນຄ້າ, ວິສາຫະກິດຂອງປະເທດພາຄີໃນສັນຍາRCEPສາມາດນຳໃຊ້ວັດຖຸດິບຂອງປະເທດພາຄີໄດ້, ໂດຍຖືວ່າເປັນວັດຖຸດິບຂອງປະເທດຕົນ, ຈຶ່ງຈະສາມາດເພີ່ມອັດຕາສ່ວນມູນຄ່າໃຫ້ກັບສິນຄ້າທີ່ຮູ້ຖິ່ນກຳເນີດໄດ້, ເຮັດໃຫ້ການສົ່ງອອກຜະລິດຕະພັນລະຫວ່າງປະເທດພາຄີສາມາດບັນລຸຕາມມາດຕະຖານຊົມໃຊ້ນະໂຍບາຍພິເສດດ້ານພາສີໄດ້ງ່າຍກວ່າ.