RCEPຈະ​ເຮັດ​ໃຫ້​ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ

CRI, December 31, 2021
Size:

ຫວ່າງມໍ່ໆມານີ້, ທ່ານບຸນເລີດ ຫຼວງປະເສີດ ຮອງປະທານສະພາອຸດສາຫະກຳການຄ້າແຫ່ງຊາດລາວກ່າວວ່າ, ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEPທີ່ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022 ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ການຊຸກຍູ້ການຄ້າເສລີໃນພາກພື້ນ, ທັງກໍຈະເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າ.

ທ່ານບຸນເລີດ ຫຼວງປະເສີດກ່າວວ່າ, ເມື່ອເບິ່ງຈາກຂອບເຂດພາກພື້ນນີ້ແລ້ວ, RCEP ບໍ່ພຽງແຕ່ຈະເຮັດໃຫ້ການຄ້າດ້ານສິນຄ້າ ແລະ ການບໍລິການມີຄວາມສະດວກກວ່າເກົ່າເທົ່ານັ້ນ, ຍັງຈະຊຸກຍູ້ການລົງທຶນຂອງຕ່າງປະເທດຢູ່ປະເທດອາຊຽນ; ເມື່ອເບິ່ງຈາກປະເທດລາວເອງແລ້ວ, RCEP ມີຄວາມໝາຍທີ່ສຳຄັນຍິ່ງຫຼາຍ, ຄື ຈະສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ກັບການຄ້າ, ການລົງທຶນກໍຈະມີຄວາມສະດວກຫຼາຍກວ່າເກົ່າ ແລະ ນັກທ່ອງທ່ຽວຕ່າງປະເທດກໍຈະຫຼາຍຂຶ້ນກວ່າເກົ່າ. RCEP ຈະເປີດປະຫວັດສາດໜ້າໃໝ່ໃຫ້ກັບການເຊື່ອມໂຍງເສດຖະກິດ ແລະ ການຄ້າໃນພາກພື້ນ, ທັງຈະເຮັດໃຫ້ປະເທດລາວກາຍເປັນຈຸດສຸມສາຍຕາຂອງໂລກ.

ວັນທີ 3 ທັນວາປີ 2021, ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການ. ທ່ານບຸນເລີດ ຫຼວງປະເສີດກ່າວເນັ້ນວ່າ, ພາຍໃຕ້ຂອບ RCEP, ເສັ້ນທາງລົດໄຟລາວ-ຈີນຈະສ້າງຜົນດີອັນໃຫຍ່ຫຼວງ, “ເສັ້ນທາງລົດໄຟລາວຈີນສາຍນີ້ຈະເຮັດໃຫ້ປະເທດລາວກາຍເປັນສູນກາງການເຊື່ອມໂຍງເຊື່ອມຈອດທາງຄົມມະນາຄົມຂອງພາກພື້ນ, ທັງກາຍເປັນພື້ນຖານໂຄງລ່າງທີ່ສຳຄັນໃນການເຊື່ອມໂຍງເຊື່ອມຈອດລະຫວ່າງປະເທດລາວກັບພາກພື້ນ. ນອກຈາກຈະໄດ້ສ້າງຕຳແໜ່ງວຽກເຮັດງານທຳເປັນພັນເປັນໝື່ນແລ້ວ, ພາຍໃຕ້ຂອບRCEP, ເສັ້ນທາງລົດໄຟສາຍນີ້ຈະເສີມຂະຫຍາຍບົດບາດທີ່ສຳຄັນໃນການຊຸກຍູ້ການຄ້າ ແລະ ການລົງທຶນໃຫ້ກັບປະເທດລາວ, ແລະຊຸກຍູ້ພຶດຕິກຳໃນການຮ່ວມມືຕົວຈິງຂອງຫຼາຍຝ່າຍ.”