ຈັດ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ​ທິດ​ສະ​ດີ​ລະ​ຫວ່າງ​ສອງ​ພັກ​ຈີນ-ລາວ​ຄັ້ງ​ທີ 9

CRI, December 30, 2021
Size:

ຕອນເຊົ້າວັນທີ 29 ທັນວານີ້, ກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກຈີນ-ລາວຄັ້ງທີ 9 ພາຍໃຕ້ຫົວຂໍ້ “ຜົນສຳເລັດອັນໃຫຍ່ຫຼວງ ແລະ ບົດຮຽນທາງປະຫວັດສາດຂອງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວໃນການນຳພາປະເທດຕົນຄົ້ນຄວ້າ ແລະ ສ້າງສາສັງຄົມນິຍົມ” ໄດ້ຈັດຂຶ້ນຜ່ານທາງວີດີໂອທາງໄກ. ທ່ານຫວງຄຸນໝິງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ແລະທ່ານຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ  ແລະ ອົງການກວດກາແຫ່ງລັດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ.

ທ່ານຫວງຄຸນໝິງກ່າວວ່າ, ປີນີ້ແມ່ນປີທີ່ຈີນ-ລາວສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ທັງເປັນປີມິດຕະພາບຈີນ-ລາວ, ການເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງປະເທດ ແລະ ບໍລິຫານລັດມີຄວາມໝາຍສຳຄັນທີ່ສຸດ. ຫວ່າງກ່ອນນີ້ບໍ່ດົນ, ທ່ານເລຂາທິການໃຫຍ່ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ທອງລຸນ ສີສຸລິດໄດ້ພົບປະກັນຜ່ານທາງວີດີໂອ, ແລະໄດ້ຮ່ວມກັນເຂົ້າຮ່ວມພິທີເປີດການນຳໃຊ້ເສັ້ນທາງລົດໄຟຈີນ-ລາວ, ໄດ້ເປັນສັກຂີພິຍານໃຫ້ແກ່ການຂຽນປະຫວັດສາດໜ້າໃໝ່ຂອງສາຍພົວພັນແຫ່ງມິດຕະພາບຈີນ-ລາວ. ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ສະຫຼຸບຜົນສຳເລັດອັນໃຫຍ່ຫຼວງ ແລະ ບົດຮຽນ ປະຫວັດສາດຂອງພັກກອມມູນິດຈີນໃນການບຸກບືນສູ້ຊົນໃນຮອບຮ້ອຍປີທີ່ຜ່ານມາຢ່າງຮອບດ້ານ, ໄດ້ສຸມໃສ່ການບັນຍາຍຜົນສຳເລັດຄັ້ງປະຫວັດສາດ ແລະ ການປ່ຽນແປງຄັ້ງປະຫວັດສາດໃນຍຸກໃໝ່, ເຊິ່ງເປັນທິດຊີ້ນຳໃຫ້ແກ່ການລົງເລິກຄວາມຮັບຮູ້ ກົດເກນໃນການສ້າງສັງຄົມນິຍົມ, ການຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ໃນຂະບວນການສູ້ຊົນອັນໃໝ່, ພັກ ແລະ ລັດຖະບານຈີນຈະຍຶດໝັ້ນການຖືເອົາແນວຄິດສີຈິ້ນຜິງກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ມີສະຕິຕື່ນຕົວຫຼາຍກວ່າເກົ່າໃນການຮຽນນຳປະຫວັດສາດເພື່ອໃຫ້ໄດ້ສະຕິປັນຍາ ແລະກຳລັງແຮງ, ສ້າງສະພາບການໃໝ່ໃຫ້ກັບພາລະກິດສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.

ທ່ານຄຳພັນ ພົມມະທັດໄດ້ຕີລາຄາສູງຕໍ່ຜົນສຳເລັດອັນຍິ່ງໃຫຍ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນໃນຮອບຮ້ອຍປີທີ່ຜ່ານມາ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາທີ່ສູນກາງພັກກອມມູນິດຈີນມີສະຫາຍສີຈິ້ນຜິງເປັນແກນນຳ, ຝ່າຍລາວຍິນດີເພີ່ມທະວີການແລກປ່ຽນ ແລະ ການຖອດຖອນບົດຮຽນເຊິ່ງກັນແລະກັນກັບຝ່າຍຈີນ, ຮ່ວມກັນຊຸກຍູ້ ພາລະກິດສ້າງສັງຄົມນິຍົມໃຫ້ພັດທະນາ ຈະເລີນຮຸ່ງເຮືອງກວ່າເກົ່າ.