ດ່ານ​ພາ​ສີ​ປະ​ເທດ​ໄທ​ຢຶດຢາ​ເສບ​ຕິດທີ່​ກຽມ​ຈະ​ຂົນ​ສົ່ງ​ໄປ​ສູ່​ອົ​ສ​ຕຼາ​ລີ​ເກືອບ 200 ກີ​ໂລ

CRI, December 30, 2021
Size:

     ວັນທີ 23 ທັນວານີ້ຕາມເວລາທ້ອງຖິ່ນ, ກົມພາສີ ສຳນັກງານຕຳຫຼວດແຫ່ງຊາດໄທ ແລະສະຖານທູດອົສຕຼາລີປະຈຳປະເທດໄທໄດ້ຈັດກອງປະຊຸມຖະແຫຼງຂ່າວຮ່ວມ ໂດຍແຈ້ງໃຫ້ຮູ້ວ່າ: ຫວ່າງກ່ອນນີ້, ໄດ້ຢຶດຢາເສບຕິດປະເພດຢາໄອສທີ່ກຽມຈະຂົນສົ່ງໄປສູ່ປະເທດອົສຕຼາລີມີທັງໝົດ 193,5 ກີໂລ ເຊິ່ງມີມູນຄ່າທັງໝົດປະມານ 116 ລ້ານບາດ.

     ຫົວໜ້າກົມພາສີໄທໄດ້ແນະນຳໃຫ້ຮູ້ວ່າ, ຢາເສບຕິດເຫຼົ່ານີ້ໄດ້ຖືກຊຸກເຊື່ອງໄວ້ໃນກະສອບຊາຍຝຶກຊ້ອມມວຍ 15 ອັນແລະກຽມຈະຂົນສົ່ງຜ່ານທ່າດ່ານບາງກອກປະເທດໄທໄປສູ່ປະເທດອົສຕຼາລີດ້ວຍກຳປັ່ນ. ໃນເວລາກວດກາ, ພະນັກງານດ່ານພາສີໄດ້ກວດພົບເມັດຢາສີຂາວທີ່ໜ້າສົງໄສທີ່ຊຸກເຊື່ອງໄວ້ໃນກະສອບຊາຍຝຶກຊ້ອມມວຍ, ເມື່ອໄດ້ວິເຄາະຢ່າງລະອຽດແລ້ວຈຶ່ງຢືນຢັນວ່າເປັນຢາເສບຕິດປະເພດຢາໄອສ. ປະຈຸບັນ, ເຈົ້າໜ້າທີ່ຕຳຫຼວດໄທກຳລັງຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດອົສຕຼາລີສືບສວນຄະດີຢາເສບຕິດດັ່ງກ່າວ.

     ນັບແຕ່ເດືອນຕຸລາປີນີ້ເປັນຕົ້ນມາ, ດ່ານພາສີປະເທດໄທສາມາດຢຶດຢາເສບຕິດໄດ້ 19 ງວດທີ່ກຽມຈະຂົນສົ່ງໄປສູ່ຕ່າງປະເທດແລະເຂດແຄວ້ນອື່ນໆ ເຊິ່ງມີມູນຄ່າທັງໝົດປະມານ 1,77 ຕື້ບາດ.