ປະ​ເທດ​ໄທ​ມີ 65 ຄົນ​ຕິດ​ເຊື້ອ​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”

CRI, December 29, 2021
Size:

ປະເທດໄທມີ 65 ຄົນຕິດເຊື້ອໂຄວິດ-19ສາຍພັນ “ໂອມີຄຣອນ”_fororder_泰国

     ພະແນກສາທາລະນະສຸກແຂວງກາລະສິນປະເທດໄທໄດ້ເຜີຍໃຫ້ຮູ້ໃນວັນທີ 25 ທັນວານີ້ວ່າ: ແຂວງດັ່ງກ່າວໄດ້ມີຜູ້ຕິດເຊື້ອໂຄວິດ-19ສາຍພັນ “ໂອມີຄຣອນ”    ຈຳນວນຫລາຍທີ່ຕິດແປດຈາກສອງຜົວເມຍ ທີ່ເດີນທາງກັບຄືນໄທຈາກປະເທດແບນຊິກ, ປັດຈຸບັນ, ຜູ້ຕິດເຊື້ອພະຍາດສາຍພັນດັ່ງກ່າວໄດ້ເພີ່ມຂຶ້ນເປັນ 65 ຄົນ.

    ຂ່າວແຈ້ງວ່າ: ສອງຄົນດັ່ງກ່າວໄດ້ເຂົ້າປະເທດໄທຈາກສະໜາມບິນສຸວັນນະພູມສາກົນ ໂດຍຍົກເວັ້ນການກັກບໍລິເວນໃນວັນທີ 10 ທັນວານີ້,   ເວລານັ້ນ,   ຜົນກວດນິວຄຼີອິກຫາເຊື້ອພະຍາດຫລັງຈາກເຂົ້າເມືອງເປັນລົບ. ຫລັງຈາກນັ້ນ, ສອງຄົນດັ່ງກ່າວກໍສາມາດເຄື່ອນໄຫວຢ່າງເສລີ, ເຂົາເຈົ້າໄດ້ໄປສະຖານທີ່ສາທາລະນະຕ່າງໆ, ເຊັ່ນ: ສະໜາມບິນ, ຮ້ານອາຫານ, ອົງການລັດຖະບານ ແລະສູນການຄ້າຕ່າງໆ, ໂດຍໄດ້ຕິດຕໍ່ພົວພັນກັບ 100 ກວ່າຄົນ. ສອງຄົນເລີ່ມມີອາການໃນວັນທີ 15 ທັນວານີ້ ແລະໄດ້ຖືກບົ່ງມະຕິຕິດເຊື້ອໂຄວິດ-19ສາຍພັນ “ໂອມີຄຣອນ”  ໃນວັນທີ 21 ທັນວານີ້. ຫລັງຈາກນັ້ນ, ເມື່ອໄດ້ກວດນິວຄຼີອິກຫາເຊື້ອພະຍາດໃຫ້ກັບ 106 ຄົນທີ່ເປັນຜູ້ຢູ່ໃກ້ຊິດສອງຄົນດັ່ງກາວ, ກວດພົບ 65 ຄົນເປັນພະຍາດໂຄວິດ-19, ເຊິ່ງເປັນຄັ້ງທຳອິດທີ່ໄທກວດພົບຜູ້ຕິດເຊື້ອໂຄວິດ-19ສາຍພັນ “ໂອມີຄຣອນ”ເປັນກຸ່ມ.