ໄທ​ອະນຸຍາດ​ໃຫ້​ຈັດ​ກິດຈະກຳສະຫຼອງ​ປີ​ໃໝ່ ​ແຕ່​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຢ່າງ​ເຂັ້ມ​ງວດ

CRI, December 28, 2021
Size:

    ວັນທີ 24 ທັນວານີ້, ພົນເອກປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທກ່າວວ່າ, ເຖິງວ່າສະພາບການແຜ່ລະບາດຂອງໄວຣັດໂຄວິດ-19 ກາຍພັນໂອມິຄຣອນ  ນັບມື້ນັບຮ້າຍແຮງຂຶ້ນກໍຕາມ, ແຕ່ລັດຖະບານຈະບໍ່ຍົກເລີກຂໍ້ຕົກລົງທີ່ໄດ້ປະກາດໃນກ່ອນໜ້ານີ້ ທີ່ອະນຸຍາດໃຫ້ແຫ່ງຕ່າງໆທົ່ວປະເທດຈັດກິດຈະກຳສະຫຼອງວັນຂຶ້ນປີໃໝ່, ແຕ່ປະຖົມປັດໄຈແມ່ນ ຕ້ອງປະຕິບັດຕາມຂໍ້ກຳນົດເພື່ອປ້ອງກັນພະຍາດຂອງລັດຖະບານຢ່າງເຂັ້ມງວດ.

    ທ່ານປະຢຸດ ຈັນໂອຊາ ຮຽກຮ້ອງໃຫ້ເຈົ້າແຂວງໆຕ່າງໆ ໃນຖານະທີ່ເປັນຜູ້ຮັບຜິດຊອບການປ້ອງກັນພະຍາດ ຕ້ອງກວດກາຢ່າງເຂັ້ມງວດວ່າ ກິດຈະກຳຕ່າງໆສອດຄ່ອງກັບຂໍ້ກຳນົດເພື່ອປ້ອງກັນພະຍາດທີ່ກຳນົດດ້ວຍກະຊວງສາທາລະນະສຸກໄດ້ຫຼືບໍ່, ຕົວຢ່າງຄື: ຜູ້ເຂົ້າຮ່ວມກິດຈະກຳທັງໝົດຕ້ອງໄດ້ສັກວັກຊິນ 2 ເຂັມ, ກ່ອນເຂົ້າບ່ອນຈັດກິດຈະກຳ ຜູ້ຊົມຕ້ອງໄດ້ຮັບການກວດເຊື້ອໂຄວິດ-19 ແບບໄວ ແລະ ຕ້ອງຈຳກັດຈຳນວນຜູ້ເຂົ້າຮ່ວມກິດຈະກຳເປັນຕົ້ນ.

    ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໂອມິຄຣອນ, ອົງການປົກຄອງນະຄອນຫຼວງບາງກອກ ໄດ້ປະກາດຍົກເລີກກິດຈຳກຳສະຫຼອງປີໃໝ່ຂອງຝ່າຍທາງການໃນວັນທີ 23 ທັນວານີ້, ສ່ວນວິສາຫະກິດເອກະຊົນຍັງຈັດໄດ້ ພາຍໃຕ້ເງື່ອນໄຂທີ່ປະຕິບັດມາດຕະການປ້ອງກັນພະຍາດຢ່າງເຂັ້ມງວດ.